ຫວຽດນາມ-ອັງກິດໃຫ້ຄຳໝັ້ນສັນຍາຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍ

(VOVWORLD) -ຄະນະປະຕິບັດງານຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດການຄ້າຫວຽດນາມ - ລາຊະອານາຈັກອັງກິດ (JESCO) ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຮ່ວາງກ໋ວກເວື້ອງ ນຳໜ້າ ໄດ້ໄປປະຕິບັດງານຢູ່ອັງກິດ ໃນລະຫວ່າງວັນທີ 11 – 15 ມິຖຸນາ.

ຫວຽດນາມ-ອັງກິດໃຫ້ຄຳໝັ້ນສັນຍາຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍ - ảnh 1ຫວຽດນາມ-ອັງກິດໃຫ້ຄຳໝັ້ນສັນຍາຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍ

(ພາບ: Vietnam+)

ໃນໄລຍະຢູ່ອັງກິດ, ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 10 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າຫວຽດນາມ - ລາຊະອານາຈັກອັງກິດ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຮ່ວາງກ໋ວກເວື້ອງ, ປະທານກຳມາທິການຫວຽດນາມ ແລະ ທ່ານຮອງລັດຖະມົນຕີ Greg Hands ຮັບຜິດຊອບນະໂຍບາຍການຄ້າ, ປະທານຄະນະກຳມະການແຫ່ງລາຊະອານາຈັກອັງກິດ ເປັນປະທານຮ່ວມ. 2 ຝ່າຍໄດ້ແລກປ່ຽນເນື້ອໃນການຮ່ວມມືໃນບັນດາຂົງເຂດຄື: ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ທ່ອງທ່ຽວ, ກະສິກຳ, ການເງິນ, ພະລັງງານຜະລິດຄືນໃໝ່… 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຊຸກຍູ້ການແລກປ່ຽນດ້ານການຄ້າ 2 ຝ່າຍຄືດັ່ງຄວາມຫວັງທີ່ໄດ້ວາງອອກໃນຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຍຸດທະສາດຫວຽດນາມ - ລາຊະອານາຈັກ ທີ່ໄດ້ລົງນາມເມື່ອປີ 2010.

ຕອບກັບ

ຂ່າວ/ບົດ​ອື່ນ