ຫວຽດນາມ-ອາຟຣິກກາໃຕ້ຊຸກຍູ້ການຮ່ວມມືດ້ານການຄ້າ,ການລົງທຶນ
ທ່ານນາງ Kgomotso Ruth Magau ເອກອັກຄະລັດຖະທູດ
ອາຟຣິກກາໃຕ້ ປະຈຳ ຫວຽດນາມ
(ພາບປະກອບ)
(vovworld) – ອາຟຣິກກາໃຕ້ ພວມມານະພະຍາຍາມຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບບັນດາປະເທດ, ໃນນັ້ນ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ນີ້ແມ່ນຄຳຢັ້ງຢືນຢັນຂອງທ່ານນາງ Kgomotso Ruth Magau ເອກອັກຄະລັດຖະທູດ ອາຟຣິກກາໃຕ້ ປະຈຳ ຫວຽດນາມ. ທີ່ກອງປະຊຸມສຳມະນາພົບປະວິສາຫະກິດ ຫວຽດນາມ - ອາຟຣິກກາໃຕ້ ເຊິ່ງດຳເນີນຢູ່ນະຄອນໂຮ່ຈີມິນ ໃນວັນ 23/06. ຕາມທ່ານນາງ Kgomotso Ruth Magau ແລ້ວ ປະຈຸບັນ ອາຟຣິກກາໃຕ້ ມີຫລາຍນະໂຍບາຍບຸລິມະສິດຢ່າງແທດຈິງໃນຂົງເຂດການລົງທຶນ, ການຄ້າທີ່ສະຫງວນໃຫ້ນັກລົງທຶນຕ່າງປະເທດ, ດັ່ງນັ້ນ ວິສາຫະກິດ ຫວຽດນາມ ຈະມີຫລາຍກາລະໂອກາດສຳພັດກັບຕະຫລາດ ອາຟຣິກກາໃຕ້ ຢ່າງມີປະສິດທິຜົນ. ໂດຍລະອຽດແມ່ນ ອາຟຣິກກາໃຕ້ ພວມມີຄວາມຕ້ອງການດຶງດູດການລົງທຶນພັດທະນາພື້ນຖານໂຄງລ່າງ, ອຸດສາຫະກຳຜະລິດ, ກຳລັງຈຳໜ່າຍພາຍໃນປະເທດພວມເພີ່ມຂຶ້ນເປັນຢ່າງດີ…ພິເສດ ວິສາຫະກິດ ຫວຽດນາມ ແລະ ອາຟຣິກກາໃຕ້ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງໃນການຮ່ວມມືພັດທະນາການສົ່ງອອກຊັບພະຍາກອນໂລຫະ,ອຸດສາຫະກຳໜັກ. ກໍ່ທີ່ກອງປະຊຸມສຳມະນາ ທ່ານ ຫງວຽນເທ໋ຮຶງ ຮອງຫົວໜ້າພະແນກການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂານະຄອນໂຮ່ຈີມິນ ຖືວ່າ: VCCI ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ອາຟຣິກກາໃຕ້ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືຈັດຕັ້ງໂຄງການດຳເນີນງານ, ກອງປະຊຸມສຳມະນາສົ່ງເສີມການລົງທຶນ, ການຄ້າລະຫວ່າງ 2 ປະເທດເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ອາຟຣິກກາໃຕ້ ໄດ້ອັບເດັດຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ແລະ ຊອກຫາບັນດາກາລະໂອກາດໃນການຮ່ວມມືລົງທຶນດຳເນີນທຸລະກິດໃໝ່.