ຫວຽດນາມ-ອາຟະລິກາໃຕ້ເຫັນດີເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຮອບດ້ານ

(VOVWORLD) -ໃນລະຫວ່າງວັນທີ 14 – 15 ມີນາ, ຢູ່ Pretoria, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກເກື່ອງ ແລະ ທ່ານຮອງລັດຖະມົນຕີກະຊວງຮ່ວມມື ແລະ ການພົວພັນສາກົນອາຟະລິກາໃຕ້ Reginah Mhaule ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ເວທີປາໄສລະຫວ່າງລັດຖະບານຫວຽດນາມ - ອາຝະລິກາໃຕ້ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກນິກ ແລະ ວັດທະນະທຳ.

ຫວຽດນາມ-ອາຟະລິກາໃຕ້ເຫັນດີເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຮອບດ້ານ - ảnh 1 ຫວຽດນາມ-ອາຟະລິກາໃຕ້ເຫັນດີເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຮອບດ້ານ

(ພາບ: TTXVN)

ທີ່ເວທີປາໄສຄັ້ງນີ້, ກະຊວງ, ຂະແໜງການລະຫວ່າງ 2 ປະເທດໄດ້ເຫັນດີຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ສືບຕໍ່ມູນເຊື້ອສະໜັບສະໜູນເຊິ່ງກັນແລະກັນ ແລະ ຮ່ວມມືຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍໃຫ້ເປັນຢ່າງດີກວ່າ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ. 2 ຝ່າຍເປັນເອກະພາບນຳກັນຄວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງແຮງກວ່າ; ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານແຫ່ທາດ, ການຮ່ວມມືດ້ານພະລັງງານ; ຊຸກຍູ້ການເຈລະຈາຂຸດຄົ້ນ ແລະ ສົ່ງອອກຖ່ານຫີນຈາກອາຟະລິກາໃຕ້ ມາຫວຽດນາມ ແລະ ສືບຕໍ່ເພີ່ມວົງເງິນສົ່ງອອກ 2 ຝ່າຍກ່ຽວກັບບັນດາຜະລິດຕະພັນກະເສດຢ່າງແຮງກວ່າ… 2 ຝ່າຍເຫັນດີສົມທົບກັນນຳການພົວພັນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ແທດຈິງກວ່າ ດ້ວຍການຈັດຕັ້ງການເຈລະຈາດ້ານປ້ອງກັນຊາດຄັ້ງທີ 3 ຢູ່ຮ່າໂນ້ຍໃນປີ 2019; 2 ຝ່າຍເຫັນດີຍູ້ແຮງການແລກປ່ຽນບັນດານັກຄົ້ນຄວ້າ, ຈັດຕັ້ງກອງປະຊຸມສຳມະນາລະຫວ່າງ 2 ປະເທດ ແລະ ກ້າວໄປເຖິງການລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດດັ່ງກ່າວ.

        ສະຫຼຸບກອງປະຊຸມ, 2 ຝ່າຍໄດ້ເຫັນດີນຳກັນເພີ່ມທະວີການໜູນຊ່ວຍຮ່ວມສຳພັນວິສາຫະກິດ ແລະ ສົ່ງເສີມບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນໃນໄລຍະຈະມາເຖິງ. 2 ຝ່າຍໄດ້ເຫັນດີຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຢູ່ຫວຽດນາມ ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ