ຫວຽດນາມຮັບປະກັນສະພາບແວດລ້ອມແຫ່ງການລົງທຶນດີສຸດເພື່ອຕ້ອນຮັບບັນດານັກລົງທຶນ

ຫວຽດນາມຮັບປະກັນສະພາບແວດລ້ອມແຫ່ງການລົງທຶນດີສຸດເພື່ອຕ້ອນຮັບບັນດານັກລົງທຶນ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ລົງ​ຢ້ຽມຢາມນິຄົມ​ກະ​ເສດ Yokoyama)

(vovworld) - ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຍີ່ປຸ່ນ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທ​ດອຸດ​ສາ​ຫະກຳ​ພັດທະນາ (G7) ​ເປີດ​ກ້ວາງ, ຕອນ​ເຊົ້າ​ວັນ​ທີ 28/05, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Takehiko Kakiuchi ຜູ້ອຳ​ນວຍ​ການ​ໃຫຍ່​ຝ່າຍບໍລິຫານ​ກຸ່ມ​ບໍລິສັດ Mitshibishi ຍີ່ປຸ່ນ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັ້ກວ່າ ຫວຽດນາມ ຊົມ​ເຊີຍ ​ແລະ ຍິນ​ດີ​ຕ້ອນຮັບ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດີ​ສຸດ ​ເພື່ອ​ຕ້ອນຮັບ​ບັນດາ​ນັກ​ລົງທຶນ, ​ໃນ​ນັ້ນ​ມີ Mitshibishi. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ​ເຄື່ອງໝາຍ​ການ​ຄ້າ​ໃຫຍ່​ນີ້ ຈະລົງທຶນ​ເຂົ້າ ຫວຽດນາມ ຫລາຍ​ກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຜະລິດ; ຍູ້​​ໄວບັນດາ​ໂຄງ​ການ​ພວມ​ລົງທຶນ​ຢູ່ ຫວຽດນາມ ​. ສ່ວນ​ທ່ານ Takehiko Kakiuchi ຜູ້ອຳ​ນວຍ​ການ​ໃຫຍ່​ ຢືນຢັນ​ວ່າ: ຫວຽດນາມ ​ແມ່ນສະຖານ​ທີ່​​ລົງທຶນ​ສຳຄັນ​ທີ່​ສຸດສຳລັບ Mitshibishi. ປະຈຸ​ບັນ Mitshibishi ມີ​ສາຂາ 2 ​ແຫ່ງ​ພວມ​​ເຄື່ອນ​ໄຫວ​ຢູ່ ຫວຽດນາມ, ດຳ​ເນີນ​ທຸລະ​ກິດ​ເຄື່ອງຈັກ, ນ້ຳມັນ​ດິບ, ບັນດາ​ຜະ​ລິດ​ຕະພັນ​ເຄມີ, ​ເຂົ້າ​ຮ່ວມ​ຂົງ​ເຂດ​ພື້ນຖານໂຄງ​ລ່າງ​ຄື​ສະໜາມ​ບິນ ລອງ​ແທ່ງ, ດ້ວຍ​ ​20 ໂຄງການ​ພວມ​ຜັນ​ຂະຫຍາຍ.

        ​ແລ​ະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ລົງ​ຢ້ຽມຢາມນິຄົມ​ກະ​ເສດ Yokoyama ຢູ່​ແຂວງ Aichi. ນີ້​ແມ່ນ​ຮູບ​ການ​ຜະລິດ​ກະສິກຳ​ທີ່ເປັນ​ແບບຢ່າງຢູ່​ແຂວງ Aichi, ສະໜອງອາຫານ​ປອດ​ສານ​ຜິດ​ເຖິງ​ຜູ້​ບໍລິ​ໂພ​ກ.

ຂ່າວ/ບົດ​ອື່ນ