ຫວຽດນາມຮຽກຮ້ອງຝ່າຍຈີນຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ, ເຈື່ອງຊາ

ຫວຽດນາມຮຽກຮ້ອງຝ່າຍຈີນຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ, ເຈື່ອງຊາ - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ Luong Thanh Nghi
ພາບ: internet


(vovworld) - ວັນ​ທີ 11/10, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະຈຳ​ເດືອນ. ທ່ານ Luong Thanh Nghi ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ບັນດາ​ນັກ​ຂ່າວ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ບາງ​ກໍລະນີ ​ໃນ​ໄລຍະ​ຜ່ານ​ມາ, ຝ່າຍ​ຈີນ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ຢູ່ ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຄື: ກໍ່ສ້າງ​ນະຄອນ ຊານ​ຊາ, ຊັກ​ທຸງ​ຊາດ​​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນຊາດ ຈີນ ຢູ່ ​ເກາະ​ແຫ່ງ​ຫນຶ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ ຮ່ວາງ​ຊາ ​ເມື່ອວັນ​ທີ 1/10, ການ​ຊ້ອມ​ຮົບ​ຂອງ​ກອງ​ເຮືອ​ນານ​ໄຮ່​ຂອງ ຈີນ​ ຢູ່​ໝູ່​ເກາະ​ຮ່ວາງ​ຊາ ເມື່ອ​ວັນ​ທີ 3/10 ​ແລະ ສ້າງ​ຕັ້ງ​ຫ້ອງ​ອຸ​ຕຸນິຍົມ​ນະຄອນ ຊານ​ຊາ ​ເມື່ອ​ວັນ​ທີ 8/10. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ Luong Thanh Nghi ຢືນຢັນ​ວ່າ:

        “ບັນດາ​ການ​ເຄື່ີອນ​ໄຫວ​ຂອງ​ຝ່າຍ​ຈີນ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໝູ່​​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ລະ​ເມີດ​ກົດໝາຍ​ສາກົນ, ລະ​ເມີດ​ຂໍ້​ຕົກລົງ​ຫລັກການ​ພື້ນຖານ​ໃນ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະຫວ່າງ ຫວຽດນາມ ​ແລະ ຈີນ ຊຶ່ງ​ໄດ້​ລົງ​ນາມ​​ເມື່ອເດືອນ 10/2011 ​ແລະ ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ແຕ່ລະ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ເມື່ອ​ປີ 2012, ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ. ບັນດາ​ການ​ກະທຳ​ຂອງ​ຈີນ ​ແມ່ນບໍ່​ມີ​ຄຸນຄ່າ. ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຈົ່ງ​​ເຄົາລົບ​ອະທິປະ​ໄຕ​ຂອງ ຫວຽດນາມ, ບໍ່​​ໃຫ້​ເກີດ​ການ​ເຄື່ອນ​ໄຫວ​ທີ່​ຜິດພາດ​ຄື​ດັ່ງກ່າວ, ປະກອບສ່ວນ​ຢ່າງ​ແທດ​ຈິງ​​ໃຫ້​ແກ່​ການ​ພັດທະນາ​ການພົວ​ພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຈີນ ກໍ​ຄື​ຮັກສາ​ສັນຕິພາບ ​ແລະ ຄວາ​ມໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ