ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ວິ​ວັດ​ການ​ສົ່ງ​ຜ່ານ​ຢູ່​ຊູ​ດັງ​ໃຕ້

(VOVWORLD) - ວັນທີ 3 ມີນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ຊູດັງໃຕ້ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດການຮັກສາສັນຕິພາບ ຂອງ ສປຊ (UNMISS) ປະຈຳ ຊູດັງໃຕ້.
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ວິ​ວັດ​ການ​ສົ່ງ​ຜ່ານ​ຢູ່​ຊູ​ດັງ​ໃຕ້ - ảnh 1ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ຊູດັງໃຕ້

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້, ທ່ານກໍ່ຖືວ່າ ບັນດາຄວາມຄືບໜ້ານີ້ຕ້ອງໄດ້ຮັບຮູ້ໃນສະພາບການ ຊູດັງໃຕ້ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຈາກໂລກລະບາດໂຄວິດ - 19, ສະພາບການເກີດໄພນ້ຳຖ້ວມ ແລະ ສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍ່ໄດ້ຮຽກຮ້ອງໃຫ້ລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ຊູດັງໃຕ້ຊຸກຍູ້ການຜັນຂະຫຍາຍວິວັດການສົ່ງຜ່ານກໍ່ຄືດຳເນີນບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ແກ້ໄຂສະພາບການໃຊ້ຄວາມຮຸນແຮງໃນປະຊາຄົມ. ທ່ານເອກອັກຄະລັດຖະທູດຕີລາຄາສູງບົດບາດຂອງ UNMISS, ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ອົງການຈັດຕັ້ງໃນພາກພື້ນໃນການຊຸກຍູ້ວິວັດການສ້າງສັນຕິພາບ ແລະ ພັດທະນາຢູ່ຊູດັງໃຕ້. ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າການເຄື່ອນໄຫວຂອງ UNMISS  ແລະ ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນຄະນະປະຕິບັດງານ, ພ້ອມທັງຮຽກຮ້ອງເພີ່ມທະວີເງື່ອນໄຂ, ພື້ນຖານໂຄງລ່າງຢ່າງສະດວກໃຫ້ແກ່ແມ່ຍິງໃນຄະນະປະຕິບັດງານ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ