ຫວຽດນາມຮຽກຮ້ອງໃຫ້ບັນດາປະເທດອຸປະຖຳສືບຕໍ່ໜູນຊ່ວນແຫຼ່ງກຳລັງໃຫ້ແກ່ການພັດທະນາ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບ: TTXVN)
(vovworld) - ວັນທີ 06/10, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງິນ (ຄະນະກຳມະການ 2) ຂຶ້ນກັບສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 71 ໄດ້ປຶກສາຫາລືກ່ຽວກັບແຜນຮ່າງເຄື່ອນໄຫວຮ່ວມມືພັດທະນາຂອງສະຫະປະຊາຊາດ. ໂດຍຕາງໜ້າໃຫ້ບັນດາປະເທດອາຊຽນ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ຢູ່ສະຫະປະຊາຊາດ ໄດ້ຕີລາຄາສູງບົດບາດ ກໍຄືການໜູນຊ່ວຍຂອງສະຫະປະຊາຊາດ ໃນບັນດາການເຄື່ອນໄຫວຢູ່ປະເທດຕ່າງໆ, ພ້ອມທັງຊົມເຊີຍເລື່ອງສະຫະປະຊາຊາດ ພ້ອມກັບອາຊຽນ ຊຸກຍູ້ການປະຕິບັດຖະແຫຼງການຮ່ວມມືກ່ຽວກັບການຮ່ວມມືຮອບດ້ານລະຫວ່າງສະຫະປະຊາຊາດ - ອາຊຽນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ແບ່ງປັນຄວາມວິຕົກກັງວົນຂອງຫຼາຍປະເທດ ກ່ຽວກັບສະພາບຫຼຸດຜ່ອນແຫຼ່ງກຳລັງ ແລະ ຮຽກຮ້ອງໃຫ້ບັນດາປະເທດອຸປະຖຳສືບຕໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍແຫຼ່ງກຳລັງໃຫ້ແກ່ການພັດທະນາ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ຕາງໜ້າໃຫ້ອາຊຽນ, ຮຽກຮ້ອງສະຫະປະຊາຊາດ ກໍ່ຄືບັນດາປະເທດສະມາຊິກສະຫະປະຊາຊາດ ສືບຕໍ່ສະໜັບສະໜູນການຮ່ວມມື ໃຕ້ - ໃຕ້ ແລ ການຮ່ວມມື 3 ຝ່າຍ.