(vovworld) - ວັນທີ 19/07, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ມີບົດກ່າວປາໄສທີ່ກອງປະຊຸມຂັ້ນສູງ ກ່ຽວກັບການຮັບມືກັບບັນດາປະກົດການຂອງ El Nino ແລະ ຫຼຸດຜ່ອນຄວາມສ່ຽງເປັນປະຈຳຈາກການປ່ຽນແປງຂອງດິນຟ້າອາກາດ.
ໃນບົດກ່າວປາໄສ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ເນັ້ນໜັກວ່າ, ບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີປະກົດການ El Nino ທີ່ແກ່ຍາວ, ສຳລັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ກໍ່ຄືການຊົມໃຊ້ຂອງປະຊາຊົນ. ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ແຈ້ງໃຫ້ຊາບຂໍ້ມູນກ່ຽວກັບສະພາບໄພແຫ້ງແລ້ງ ແລະ ນ້ຳທະເລຊຶມທີ່ຮ້າຍແຮງທີ່ສຸດໃນໄລຍະ 90 ປີຜ່ານມາຢູ່ຫວຽດນາມ. ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ສະເໜີໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍຫວຽດນາມ, ພິເສດແມ່ນໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ.
ຢູ່ນອກກອງປະຊຸມ, ໃນການພົບປະກັບທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດ Mogens Lykkettof, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ຊຸກຍູ້ບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ຂອງສະຫະປະຊາຊາດ. ທ່ານ Mogens Lykkettof ຢືນຢັນວ່າ, ສະຫະປະຊາຊາດຈະໜູນຊ່ວຍຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ທີ່ການຕ້ອນຮັບທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ, ທ່ານນາງ Helen Clark, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ທັງເປັນຜູ້ອຳນວຍການ UNDP ຢືນຢັນວ່າ UNDP ຈະເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍຫວຽດນາມ ໃນໄລຍະ 2017 – 2021, ພິເສດແມ່ນການເຕີບໂຕຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທີ່ການຕ້ອນຮັບທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ, ທ່ານ Babatunde Osotimehin, ຮອງເລຂາທິການໃຫຍ່, ຜູ້ອຳນວຍການບໍລິຫານ UNFPA ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍຫວຽດນາມ ຮັບມືກັບບັນດາສິ່ງທ້າທາຍໃໝ່ກ່ຽວກັບພົນລະເມືອງ.