ຫວຽດນາມເຂົ້າຮ່ວມກອງປະຊຸມຂອງກຸ່ມປະຕິບັດງານກ່ຽວກັບເສນາຮັກຂອງ ADMM+

ຫວຽດນາມເຂົ້າຮ່ວມກອງປະຊຸມຂອງກຸ່ມປະຕິບັດງານກ່ຽວກັບເສນາຮັກຂອງ ADMM+ - ảnh 1
ເສນາຮັກ ຫວຽດນາມ
(ພາບປະກອບ)

(vovworld) – ​ທີ່​ກອງ​ປະຊຸມ​ແຕ່​ວັນ​ທີ 9 -11/10, ຫວຽດນາມ​ ພ້ອມ​ກັບ 9 ປະ​ເທດ​ສະມາຊິກ​ອື່ນ​ຂອງ ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື - ຄູ່​ເຈລະຈາ ລວມມີ: ອົດ​ສະ​ຕາ​ລີ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ສ ​ເກົາຫຼີ, ນິວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ, ໄດ້​ສຳ​ຫຼວດກວດຄືນການ​ປະຕິບັດ​ໂຄງການ “ຟຶກອົບ​ຮົມ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ການກູ້​ໄພ​ກູ້​ຊີບ​ສົມທົບ​ກັບ​ເສນາ​ຮັກ” ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ​້ອງກັນ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ (ADMM – Plus), ​​ເຊິ່ງໄດ້​ຮັບຮອງ​ເອົາ​ຢູ່ ບຣູ​ໄນ ​ໃນ​ເດືອນ 6 ຜ່ານ​ມາ.

        ທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳ​ການກະຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກາ​ໂປ Chan Yeng Kit, ​ຖື​ວ່າ: ​ເລື່ອງ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ກ່ຽວ​ກັບ​ເສນາ​ຮັກ​ຂອງ ADMM+ ​ສະ​ແດງໃຫ້​ເຫັນ​ວ່າ: ​ເປັນ​ຄັ້ງ​ທຳ​ອິດ​ທີ່ການ​ຮ່ວມ​ມື​ແທດ​ຈິງ​ໃນ​ຂະ​ແໜງ​ເສນາ​ຮັກ​ທີ່​ໄດ້​ຮັບ​ການ​ປະຕິບັດ​ໃນ​ຂອບ​ເຂດ​ຄວາມ​ໝັ້ນຄົງ​ຂອງພາກ​ພື້ນ. ຈຸດໝາຍ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການສົມທົບ​ລະຫວ່າງ​ກຳ​ລັງ​ເສນາ​ຮັກ​ຂອງ 18 ປະ​ເທດ​ເຂົ້າ​ຮ່ວມ ADMM – Plus ​ໃນ​ບັນດາການ​ເຄື່ອນ​ໄຫວໜູນ​ຊ່ວຍ​ມະນຸດ​ສະທຳ ​ແລະ ກູ້​ໄພ​ກູ້​ຊີບ​.

 

ຂ່າວ/ບົດ​ອື່ນ