(vovworld) – ກອງປະຊຸມສຸດຍອດການບິນ ອາຊຽນ ແລະ ສະຫະພາບ ເອີລົບ (ອີຢູ) ໄດ້ຈັດຕັ້ງຢູ່ ສິງກາໂປ ໃນວັນທີ 11 ແລະ 12/2. ຄະນະຜູ້ແທນກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ໂດຍທ່ານລັດຖະມົນຕີ ດິງລາທັງ ນຳໜ້າ, ເຂົ້າຮ່ວມກອງປະຊຸມ ແລະ ມີບົດປະກອບຄວາມເຫັນທີ່ວາລະປະຊຸມກ່ຽວກັບຄວາມປອດໄພທາງການບິນ. ຈຸດໝາຍຂອງກອງປະຊຸມແມ່ນເພີ່ມທະວີການຮ່ວມມືທາງດ້ານການເມືອງ, ເຕັກນິກ ແລະ ອຸດສາຫະກຳໃນຂົງເຂດການບິນຂອງ ອາຊຽນ ແລະ ອີຢູ. ທ່ານຮອງປະທານຄະນະກຳມະການເອີລົບ ຮັບຜິດຊອບດ້ານຄົມມະນາຄົມຂົນສົ່ງ Siim Kallas ຖະແຫຼງວ່າ: ອາຊີ ແມ່ນຕະຫຼາດພັດທະນາໄວ ເຊິ່ງສະຫະພາບ ເອີລົບ ຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ. ທ່ານ Siim Kallas ຢືນຢັນວ່າ ກອງປະຊຸມສຸດຍອດຄັ້ງນີ້ເປັນຂີດໝາຍບາດກ້າວເລີ່ມຕົ້ນໄລຍະໃໝ່ໃນການພົວພັນຮ່ວມມືລະຫວ່າງ ອີຢູ ແລະ ອາຊຽນ.
ໃນ 2 ວັນດຳເນີນກອງປະຊຸມ, ຜູ້ຕາງໜ້າຂອງບັນດາບໍລິສັດການບິນ, ສະໜາມບິນ, ຫົວໜ່ວຍສະໜອງບໍລິການການບິນ ແລະ ເຈົ້າໜ້າທີ່ລັດຖະບານບັນດາປະເທດ ແລະ ຂອງຄະນະກຳມະການ ເອີລົບ ປຶກສາຫາລືກ່ຽວກັບຫຼາຍຫົວຂໍ້ເຊິ່ງລວມມີ: ຕະຫຼາດການບິນໜຶ່ງດຽວ - ບົດຮຽນຂອງ ອີຢູ ແລະ ອາຊຽນ ໃນການໂຮມຕະຫຼາດເປັນອັນດຽວ ແລະ ລົບລ້າງຮົ້ວກີດຂວາງ, ແງ່ຫວັງຕະຫຼາດ ແລະ ກາລະໂອກາດດຳເນີນທຸລະກິດຢູ່ ອາຊຽນ, ອີຢູ ແລະ ບັນດາຕະຫຼາດການບິນ ອາຊຽນ - ອີຢູ, ຄວາມປອດໄພທາງການບິນ, ການຄຸ້ມຄອງການຂົນສົ່ງທາງການບິນ - ບັນດາການທ້າທາຍ ແລະ ກາລະໂອກາດ, ຄວາມສາມາດບົ່ມຊ້ອນເພື່ອເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ - ອີຢູ.