ຫວຽດນາມເຂົ້າຮ່ວມງານບຸນຄາລາວານຢູ່ ເວເນຊູເອລາ.
(VOVWORLD) -ສະຖານທູດຫວຽດນາມປະຈຳເວເນຊູເອລາພ້ອມກັບຫໍມິດຕະພາບເວເນຊູເອລາ - ຫວຽດນາມໄດ້ເຂົ້າຮ່ວມງານບຸນແຕ່ງຕົວ ຄາລາວານອັນເປັນປະເພນີຂອງເວເນຊູເອລາ ເຊິ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງກາຣາກາດ.
ບັນດານັກສະແດງຫວຽດນາມ ແລະ ເວເນຊູເອລາ ເຂົ້າຮ່ວມງານບຸນແຕ່ງຕົວອັນເປັນປະເພນີຂອງເວເນຊູເອລາ |
ກ່າວຄຳເຫັນທີ່ເຫດການ ເຈົ້າຄອງນະຄອນກາຣາກາດ ທ່ານນາງກາຣາແມນ ເຕລີຊາ ແມແລນເດ ລີວາດ ໃຫ້ຮູ້ວ່າ ງານບຸນແມ່ນເຫດການວັດທະນະທຳພື້ນເມືອງທີ່ສຳຄັນ ແລະ ໃຫຍ່ທີ່ສຸດຢູ່ ເວເນຊູເອລາ. ໃນປີ 2023 ນະຄອນຫຼວງກາຣາກາດມີຄວາມເປັນກຽດຈັດຕັ້ງເຫດການດ້ວຍການເຂົ້າຮ່ວມຂອງບາງປະເທດເພື່ອນມິດໃນນັ້ນມີຫວຽດນາມ. ນີ້ເປັນຄັ້ງທຳອິດທີ່ປະຊາຊົນ ກາຣາກາດ ໄດ້ຮັບຊົມບັນດາວາດຟ້ອນທີ່ເປັນເອກະລັກ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ. ບັນດາວາດຟ້ອນ ແລະ ຊຸດອາພອນປະຈຳຊາດຫວຽດນາມໄດ້ປະສົມປະສານກັບວາດຟ້ອນເວເນຊູເອລາ ອັນໄດ້ເປັນການປະສານກົມກືນທາງດ້ານວັດທະນະທຳທີ່ເປັນເອກະລັກແລະດູດດື່ມໃນງານບຸນ ປະກອບສ່ວນຊ່ວຍຊາວເວເນຊູເອລາເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ.