ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ບິນ ສິງ​ກະ​ໂປ Airshow 2022

(VOVWORLD) -ທີ່ການຕ້ອນຮັບ ແລະ ເຮັດວຽກ ກັບຄະນະປະຕິບັດງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ Lek Chet Lam, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ Experia ໄດ້ແລກປ່ຽນບົດຮຽນ, ປະສົບການກ່ຽວກັບວຽກງານກະກຽມ, ຈັດຕັ້ງເຫດການ.
ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ບິນ ສິງ​ກະ​ໂປ Airshow 2022 - ảnh 1ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ຢ້ຽມຊົມງານວາງສະແດງ (ພາບ: qdnd.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດ ສິງກະໂປ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານ ພົນຕີ ຝຸງຊີເຕີ້ນ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມໄດ້ນຳໜ້າຄະນະໄປເຂົ້າຮ່ວມງານວາງສະແດງການບິນ ສິງກະໂປ (Singapore Airshow 2022) ຄັ້ງທີ 8 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 15 – 18 ກຸມພາ.

ໃນຂອບເຂດງານວາງສະແດງ, ຄະນະໄດ້ເຂົ້າຮ່ວມພິທີຕັດແຖບຜ້າໄຂງານວາງສະແດງ, ຢ້ຽມຊົມຮ້ານວາງສະແດງສິນຄ້າ ແລະ ເຂດວາງສະແດງຜະລິດຕະພັນຂອງບາງວິສາຫະກິດ, ກຸ່ມບໍລິສັດ ແລະ ກະຊວງປ້ອງກັນປະເທດບັນດາປະເທດ, ເຮັດວຽກກັບຜູ້ຕາງໜ້າຄະນະຈັດຕັ້ງ - ບໍລິສັດຈັດເຫດການ Experia, ຢ້ຽມຊົມການສະແດງບິນ ໂດຍກອງທັບອາກາດ ສິງກະໂປ, ອິນເດຍ, ອາເມລິກາ ແລະ ບາງບໍລິສັດການບິນພົນລະເຮືອນສາກົນປະຕິບັດ. ນອກຈາກນັ້ນ ບາງຄູ່ຮ່ວມມືກໍ່ໄດ້ພົບປະ, ແລກປ່ຽນ ກັບຜູ້ຕາງໜ້າບາງອົງການ, ກົມກອງຂອງ ກະຊວງປ້ອງກັນປະເທດ ຫວຽດນາມ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການຕ້ອນຮັບ ແລະ ເຮັດວຽກ ກັບຄະນະປະຕິບັດງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ Lek Chet Lam, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ Experia ໄດ້ແລກປ່ຽນບົດຮຽນ, ປະສົບການກ່ຽວກັບວຽກງານກະກຽມ, ຈັດຕັ້ງເຫດການ. ຜູ້ບໍລິຫານຂອງ ບໍລິສັດ Experia ຢັ້ງຢືນວ່າ ຈະສືບຕໍ່ປະກາດ, ແບ່ງປັນບົດຮຽນປະສົບການໃນການຈັດຕັ້ງງານວາງສະແດງສາກົນ ກັບກະຊວງປ້ອງກັນປະເທດ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ