ຫວຽດນາມເຂົ້າຮ່ວມງານວາງສະແດງພື້ນຖານໂຄງລ່າງ ອິນໂດເນເຊຍ ປີ 2019
(VOVWORLD) -ງານວາງສະແດງພື້ນຖານໂຄງລ່າງ ອິນໂດເນເຊຍ ປີ 2019 ໄດ້ດຳເນີນໃນລະຫວ່າງ ວັນທີ 6 – 8 ພະຈິກ ປີ 2019 ຢູ່ນະຄອນ ຈາກາຕາ ໂດຍມີການເຂົ້າຮ່ວມຂອງວິສາຫະກິດສະໜອງອຸປະກອນ 240 ແຫ່ງທີ່ມາຈາກ 20 ປະເທດ, ໃນນັ້ນມີ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ(ຜູ້ຢືນຢູ່ກາງ) ພ້ອມກັບບໍລິສັດ ວິງຮຶງ ຢູ່ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ
|
ງານວາງສະແດງໄດ້ເຕົ້າໂຮມບັນດາວິສາຫະກິດສະໜອງ ອຸປະກອນໃນບັນດາຂົງເຂດຄົມມະນາຄົມ, ພະລັງງານ, ການກໍ່ສ້າງ ແລະ ເຕັກນິກ. ນີ້ແມ່ນຄັ້ງທຳອິດ ທີ່ຫວຽດນາມມີວິສາຫະກິດຜະລິດອຸປະກອນ ວັດສະດຸຄົມມະນາຄົມເຂົ້າຮ່ວມງານວາງສະແດງ.
ຜູ້ຕາງໜ້າຫວຽດນາມ ທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ແມ່ນ ບໍລິສັດຫຸ້ນສ່ວນການຄ້າ, ໃຫ້ຄຳປຶກສາ ແລະ ກໍ່ສ້າງວິງຮຶງ, ໂດຍດຶງດູດໄດ້ຄວາມສົນໃຈຂອງບັນດາແຂກຜູ້ຊົມເຂົ້າຮ່ວມງານວາງສະແດງ. ບັນດາຜະລິດຕະພັນທີ່ໄດ້ວາງສະແດງແມ່ນບັນດາຜະລິດຕະພັນທີ່ໄດ້ຮັບການຜະລິດຈາກ ໂຮງງານ ວິງຮຶງ IP.