ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສ
(ພາບ:baomoi.com)
(BNG)- ເວທີປາໄສທະເລອາຊຽນ (AMF) ຄັ້ງທີ 3 ແລະ ເວທີປາໄສທະເລອາຊຽນ ເປີດກ້ວາງ (EAMF) ຄັ້ງທີ 1 ໄດ້ຖືກຈັດຂຶ້ນຢູ່ມານີລາ-ປະເທດຟິລິບປິນ ແຕ່ວັນທີ 3-5/10/2012. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ Pham Quang Vinh ນຳໜ້າໄດ້ເຂົ້າຮ່ວມບັນດາເວທີປາໄສດັ່ງກ່າວ. ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີ Pham Quang Vinh ໄດ້ສະເໜີຫຼັກໝັ້ນແຫ່ງຊາດຂອງຫວຽດນາມ ກ່ຽວກັບການເພີ່ມທະວີການຮ່ວມມືພາກພື້ນໃນຂົງເຂດທະເລບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ ແລະ ທັງພາກພື້ນ. ທ່າງຍັງເນັ້ນໜັກເຖິງບົດບາດໃຈກາງຂອງອາຊຽນ ໃນການປະສານງານຮ່ວມມືພາກພື້ນກ່ຽວກັບທະເລ, ໂດຍສະເພາະແມ່ນໃນການຊີ້ນຳການສ້າງໂຄງການດຳເນີນງານ ແລະ ກຳນົດບັນດາຂົງເຂດຮ່ວມມືໃຫ້ບຸລິມະສິດໃນພາກພື້ນນີ້. ພ້ອມກັນນັ້ນທ່ານຮອງລັດຖະມົນຕີກໍ່ໄດ້ເນັ້ນໜັກເຖິງເລື່ອງຕັ້ງໜ້າປະສານສົມທົບກັນຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງຂອງອາຊຽນ ກ່ຽວກັບການຮ່ວມມືດ້ານສິ່ງແວດລ້ອມທະເລ, ຮ່ວມມືໃນການຮັບມືກັບໄພທຳມະຊາດ, ບັນດາອຸບັດຕິເຫດບົນທະເລ, ພິເສດແມ່ນຂໍ້ລິເລີ່ມກ່ຽວກັບການຮ່ວມມືໃນການຊ່ວຍເຫຼືອຄົນ ແລະ ເຮືອ, ກຳປັ່ນໄປຫາປາປະສົບອຸບັດຕິເຫດ.