ຫວຽດນາມ-ເຊັກໂກເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ຕອນບ່າຍວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມໄດ້ຈັດພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນເຊັກໂກ ໂດຍທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ເປັນຫົວໜ້າຄະນະ
ຫວຽດນາມ-ເຊັກໂກເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1 ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ເປັນປະທານພິທີຕ້ອນຮັບທ່ານ Jan Hamacek 

ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ແລະ ທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ໄດ້ດຳເນີນການເຈລະຈາ. ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ໄດ້ສະເໜີ ທ່ານ Jan Hamacek ຍູ້ແຮງການພົວພັນ 2 ຝ່າຍຫວຽດນາມ-ເຊັກໂກໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ການພົວພັນແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວໃນໄລຍະທີ່ຈະມາເຖິງ. ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ສະເໜີທາງຝ່າຍເຊັກໂກ ຈົົ່່ງສະໜັບສະໜູນຫວຽດນາມຢູ່ເວທີປາໄສຫຼາຍຝ່າຍ, ສືຍຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວົງຄະນະຍາດຊາວຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ເຊັກໂກ.

     ສ່ວນ ທ່ານ Jan Hamacek ຮອງນາຍົກລັດຖະມັນຕີ, ລັດຖະມົນຕີ ກະຊວງພາຍໃນເຊັກໂກ ຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການຕ້ານອາດຊະຍາກຳ, ຮ່ວມມືບຳລຸງສ້າງ, ຝຶກແອບທາງດ້ານວິຊາສະເພາະໃນການຕ້ານກໍ່ການຮ້າຍ

ຕອບກັບ

ຂ່າວ/ບົດ​ອື່ນ