ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕວຽນ |
(vovworld)- ວັນທີ 10/6, ສ.ເກົາຫຼີໄດ້ຢັ້ງຢືນກໍລະນີຄົນເຈັບທີ 9 ໄດ້ເສຍຊີວິດຍ້ອນພະຍາດລະບົບຫາຍໃຈຊຸດໂຊມຮຸນແຮງ MERS. ປະຈຸບັນ, ຢູ່ ສ.ເກົາຫຼີ, ມີ 108 ຄົນຕິດພະຍາດນີ້. ຕາມຂ່າວຫຼ້າສຸດຈາກອົງການ WHO , ບັນດາກໍລະນີຕິດ ພະຍາດລະບົບຫາຍໃຈຊຸດໂຊມຮຸນແຮງ MERS ໃນທົ່ວໂລກໄດ້ຂຶ້ນເຖິງກວ່າ 1.240 ຄົນ, ໃນນັ້ນ ມີຜູ້ເສຍຊີວິດຢ່າງໜ້ອຍ 446 ຄົນ. ມາຮອດປະຈຸບັນ, ຢູ່ຫວຽດນາມ ຍັງບໍ່ທັນມີກໍລະນີໃດຕິດພະຍາດນີ້ເທື່ອ, ແຕ່ບັນດາທ້ອງຖິ່ນຢູ່ພາຍໃນປະເທດໄດ້ມີແຜນການຮັບມືໂດຍດ່ວນໃນກໍລະນີ ພະຍາດ MERS ຕິດແປດສູ່ຫວຽດນາມ. ທ່ານໝໍ ຝ້າມຈຸກເລີມ, ຜູ້ອຳນວຍການສູນກວດໂລກລະບາດສາກົນນະຄອນ ດານັ້ງ ໃຫ້ຮູ້ວ່າ :
“ ກ່ຽວກັບການກວດພະຍາດຢູ່ດ່ານຊາຍແດນ, ຜູ້ໂດຍສານທຸກໆຄົນທີ່ເຂົ້າເມືອງຫວຽດນາມ ຕ່າງກໍຕ້ອງຜ່ານການສັງເກດດ້ວຍຕາ, ວັດອຸນຫະພູມຮ່າງກາຍ. ນອກຈາກນັ້ນ, ຜ່ານການແຈ້ງອາການສຸຂະພາບ, ພວກຂ້າພະເຈົ້າກຳແໜ້ນກ່ຽວກັບອາການສຸຂະພາບຂອງຜູ້ໂດຍສານ. ຈາກນັ້ນ, ຖ້າຫາກມີສັນຍານລະແວງສົງໄສ, ພວກຂ້າພະເຈົ້າຈຶ່ງມີວິທີແກ້ໄຂໃນທັນທີ່ ”
ສ່ວນທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕວຽນ ຢືນຢັນວ່າ :
“ ຫວຽດນາມກຽມພ້ອມຮັບມືກັບພະຍາດລະບົບຫາຍໃຈຊຸດໂຊມຮຸນແຮງ MERS . ຂະແໜງສາທາລະນະສຸກໄດ້ກະກຽມຢຸກຢາ, ພາຫະນະອຸປະກອນຮັບໃຊ້ການປິ່ນປົວຖ້າຫາກ ພະຍາດ MERS ເກີດຂຶ້ນ, ພ້ອມທັງເປີດຊຸດອົບຮົມໃຫ້ແກ່ພະນັງານການແພດຂັ້ນສູນກາງ, ແຂວງ, ເມືອງ, ຕາແສງ. ພວກຂ້າພະເຈົ້າຍາມໃດກໍມີຍົກສູງສະຕິລະວັງຕົວໃນການປ້ອງກັນ ແລະ ຕ້ານໂລກລະບາດ, ໃນສະເພາະໜ້າ ບໍ່ປະໃຫ້ພະຍາດ MERS ຕິດແປດສູ່ຫວຽດນາມ”