ຫວຽດນາມເປັນເຈົ້າພາບຈັດກອງປະຊຸມອົງການບໍລິຫານພາກຕາເວັນອອກໂລກ
ການປະຊຸມຂ່າວຽວກັບເລື່ອງຫວຽດນາມເປັນເຈົ້າພາບຈັດກອງປະຊຸມ
ອົງການບໍລິຫານພາກຕາເວັນອອກໂລກ
(ພາບ: baomoi) |
(vovworld)- ກອງປະຊຸມສະມັດຊາຄັ້ງທີ 60 ແລະ ກອງປະຊຸມປະຈຳປີ ຂອງອົງການບໍລິຫານພາກຕາເວັນອອກໂລກ EROPA 2014 ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍແຕ່ວັນທີ 19-24/10/2014. ຂ່າວຄາວດັ່ງກ່າວ ໄດ້ຖືກຍົກອອກມາທີ່ການປະຊຸມຂ່າວໂດຍສະຖາບັນປົກຄອງແຫ່ງຊາດ ກະຊວງພາຍໃນຈັດຂຶ້ນໃນຕອນບ່າຍວັນທີ 14/10 ຢູ່ຮ່າໂນ້ຍ. ຫົວເລື່ອງຕົ້ນຕໍຂອງ ກອງປະຊຸມປະຈຳປີ ຂອງອົງການບໍລິຫານພາກຕາເວັນອອກໂລກ EROPA 2014 ແມ່ນ “ ການປົກຄອງແຫ່ງລັດ ແລະ ການບໍລິຫານລັດໃນສະພາບເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ” ຊຶ່ງມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາສຳນັກງານການທູດຂອງ 10 ປະເທດສະມາຊິກ EROPA ພ້ອມກັບຜູ້ແທນສາກົນ, ນັກຮຽນຮູ້, ນັກຄຸ້ມຄອງ, ການນຳບັນດາກະຊວງ, ຂະແໜງການຕ່າງໆຢູ່ພາຍໃນປະເທດ....ລວມທັງໝົດ 200 ກວ່່າຄົນ. ໃນຂອບເຂດກອງປະຊຸມ, ຄະນະຈັດການ EROPA ຈະປຶກສາຫາລື ແລະ ຕີລາຄາວຽກງານຂອງອົງການ EROPA ໃນປີທີ່ຜ່ານມາ, ການສ້າງແຜນການເຄື່ອນໄຫວໃຫ້ປີຕໍ່ໆໄປ....