ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມAMME3

ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມAMME3 - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສິ່ງ​ແວດ​ລ້ອມ ອາ​ຊຽນ ຄັ້ງ​ທີ 12 ຢູ່ ໄທ
(ພາບ: chinhphu.vn)

(vovworld) – ນາ​ຍົກ​ລັດ​ຖະ​ມົນ​ຕີເຫັນ​ດີ​ເລື່ອງ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່​ງ​ແວດ​ລ້ອມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສິ່ງ​ແວດ​ລ້ອມ ອາ​ຊຽນ ຄັ້ງ​ທີ 13 (AMME -13), ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສິ່ງ​ແວດ​ລ້ອມ ອາ​ຊຽນ +3 ຄັ້ງ​ທີ 14, ກອ​ງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ ຄັ້ງ​ທີ 5 ແລະ ບັນ​ດາ​ເຫດ​ການ​ສຳ​ຄັນ​ທີ່​ກ່ຽວ​ຂ້ອງ​ໃນ​ປີ 2015. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ກະ​ຊວງຊັບ​ພະ​ຍາ​ກອນ ແລະ ສິ່​ງ​ແວດ​ລ້ອມ ເປັນ​ເຈົ້າ​ການ, ສົ​ມ​ທົບ​ກັບ​ບັນ​ດາ​ອົງ​ການ, ທ້ອ​ງ​ຖີ່ນ​ກ່ຽວ​ຂ້ອງ​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແກ່​ເລື່ອງ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ. ກ​ະ​ຊວງ​ການ​ເງິນ​ຈັດ​ແບ່ງ ແລະ ແນະ​ນຳ​ການ​ນຳ​ໃຊ້​ລາຍ​ຈ່າຍ​ຮັບ​ປະ​ກັນ​ໃຫ້​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ.


ຂ່າວ/ບົດ​ອື່ນ