ຫວຽດນາມເພີ່ມທະວີການປ້ອງກັນ ແລະ ຕ້ານໂລກ Mers coV
ທ່ານນາງລັດຖະມົນຕີ ວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ້ວຽນ |
(vovworld)- ຕອນບ່າຍວັນທີ 8/6, ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດ ກັບ 63 ແຂວງ, ນະຄອນກ່ຽວກັບການຕິດຕາມກວດກາ ແລະ ຊີ້ນຳການປິ່ນປົວ ໂລກ Mers coV ທີ່ອາດຈະຕິດແປດສູ່ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີ ວ່າການກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ້ວຽນ ເນັ້ນໜັກວ່າ ໂລກ Mers coV ແມ່ນພະຍາດທີ່ເປັນອັນຕະລາຍ, ດັ່ງນັ້ນ ບັນດາທ້ອງຖິ່ນຄວນເພີ່ມທະວີການຕິດຕາມກວດກາ, ພະຍາຍາມກອບກູ້ເອົາຊີວິດຄົນເຈັບຕິດເຊື້ອໂລກ Mers coV.