ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນປະເທດກັບອາເມລິກາ ແລະ ການາດາ

ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນປະເທດກັບອາເມລິກາ ແລະ ການາດາ - ảnh 1
ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ ຫວຽດນາມ
(ພາບປະກອບຈາກອີນເຕີເນັດ)

(vovworld) – ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ຮອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ ຫວຽດນາມ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ສົນທະນາຫາລື​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ກັບ ອາ​ເມ​ລິ​ກາ ​ແລະ ຢ້ຽມຢາມ ກາ​ນາ​ດາ​ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 24/10 ​- 3/11.

    ທີ່​ອາ​ເມ​ລິ​ກາ, ຄະ​ນະ​ຜູ້​ແທນ​ຈະ​​ແລກປ່ຽນ​ບັນ​​ດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ເນື້ອ​​ໃນ ​ແລະ ມາດ​ຕະການ​​ຜັນ​ຂະຫຍາຍ​ກາ​ນຮ່ວມ​ມື​ປ້ອງ​ກັນຊາ​ດ 2 ຝ່າຍ​ບົນ​ພື້ນຖານ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຊຸກຍູ້​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ທີ່​ໄດ້​ເຊັນ​ກັນເມື່ອ​ປີ 2011. ທີ່​ກາ​ນາ​​ດາ, ຄະນະ​ຜູ້​ແທນ​ຈະ​​ແລກ​ປ່ຽນ​ບັນດາ​ທັດສະນະ, ບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​​ແລກປ່ຽນ​ບັນດາເນື້ອ​​ໃນ ​ແລະ ມາດ​ຕະການ​​ຜັນ​ຂະຫຍາຍ​ກາ​ນຮ່ວມ​ມື​ປ້ອງ​ກັນຊາ​ດ 2 ຝ່າຍ. ​ໃນ​ໄລຍະ​ຢູ່ ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ, ທ່ານພົນ​ໂທ ຫງວຽນ​ຈີ໋ວີ້ງ ​ແລະ ຄະນະ​ຈະ​ຢ້ຽມຢາມ​ບາງ​ກົມ​ກອງ​ທະຫານ​ເຮືອ, ປ້ອງ​ກັນ​​ເຂດ​ນານ​ທະ​ເລ ອາ​ເມ​ລິ​ກາ ​ແລະ ກາ​ນາ​​ດາ, ຢ້ຽມຢາມ​ກົມ​ກອງ​ຝຶກອົບຮົມ​ກຳລັງ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​ຂອງ ກາ​ນາ​ດາ.

ຂ່າວ/ບົດ​ອື່ນ