ຫວຽດນາມ-ເຢຍລະມັນດຳເນີນກອງປະຊຸມກຸ່ມບໍລິຫານຍຸດທະສາດຄັ້ງທີ4
ຫວຽດນາມ-ເຢຍລະມັນດຳເນີນ
ກອງປະຊຸມກຸ່ມບໍລິຫານຍຸດທະສາດຄັ້ງທີ 4
(ພາບ: TTXVN)
(vovworld) – ໂດຍປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສ.ສະຫະພັນ ເຢຍລະມັນ, ວັນທີ 12/10/2016, ທ່ານ ບູຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Markus Ederer ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ເຢຍລະມັນ ເປັນປະທານຮ່ວມກອງປະຊຸມກຸ່ມບໍລິຫານຍຸດທະສາດຄັ້ງທີ 4 ຢູ່ ຮ່າໂນ້ຍ. ທີ່ກອງປະຊຸມ, 2 ຝ່າຍເຫັນດີເປັນເອກະສັນກ່ຽວກັບທິດທາງ ແລະ ບັນດາມາດຕະການ ເພື່ອແນໃສ່ຜັນຂະຫຍາຍບັນດາໂຄງການ ແລະ ແຜນການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ໃນໄລຍະຈະມາເຖິງ, ພິເສດ ໃນບັນດາຂົງເຂດບຸລິມະສິດຄືການຮ່ວມມືດ້ານການເມືອງຍຸດທະສາດ, ການຄ້າ ແລະ ການລົງທຶນ, ການຮ່ວມມືພັດທະນາ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ຍຸຕິທຳ ແລະ ກົດໝາຍ.
ທ່ານຮອງລັດຖະມົນຕີ ບູຍແທງເຊີນ ປາດຖະໜາວ່າ: 2 ຝ່າຍສືບຕໍ່ມານະພະຍາຍາມຍູ້ແຮງການເຊື່ອມຕໍ່ ແລະ ໜູນຊ່ວຍປະຊາຄົມວິສາຫະກິດ 2 ປະເທດຊອກຫາກາລະໂອກາດຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ຕະຫລາດຂອງກັນ, ໝູນໃຊ້ບັນດາກາລະໂອກາດ ເຊິ່ງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ນຳມາໃຫ້ສູງສຸດ. ສ່ວນທ່ານ Markus Ederer ປາດຖະໜາວ່າ: 2 ຝ່າຍຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ ໃນຂອບເຂດລາຍການເຈລະຈາລັດແຫ່ງອຳນາດນິຕິບັນຍັດໄລຍະ 2015 – 2018 ລະຫວ່າງ ຫວຽດນາມ ແລະ ເຢຍລະມັນ. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນຊຸກຍູ້ເລື່ອງເຊັນ ແລະ ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ ຢ່າງມີປະສິດທິຜົນໂດຍໄວ. ເຢຍລະມັນ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນຮອບດ້ານກັບ ອີຢູ, ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອີຢູ (PCA) ຢ່າງມີປະສິດທິຜົນ; ສະໜັບສະໜູນ ອີຢູ ຮັບຮອງເອົາພື້ນຖານເສດຖະກິດການຕະຫລາດຂອງ ຫວຽດນາມ ໂດຍໄວ. 2 ຝ່າຍເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ໃນຂອບເຂດ ASEM ແລະ ການຮ່ວມມື ອາຊຽນ - ອີຢູ