ຫວຽດ​ນາມ​ແນະ​​ນຳ ສະ​ຖານ​ທີ່​ທ່ອງ​ທ່ຽວຫຼ​າຍ​ແຫ່ງ​ ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ແລະ ນັກ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ

(VOVWORLD) -ວັນທີ 3 ກັນຍາ, ກອງປະຊຸມສຳມະນາ “ຫວຽດນາມ - ຈຸດນັດພົບດຶງດູດແຂກທ່ອງທ່ຽວ ແລະ ນັກລົງທຶນອິນໂດເນເຊຍ” ໂດຍສະຖານທູດ ຫວຽດນາມປະຈຳອິນໂດເນເຊຍຈັດຕັ້ງຂຶ້ນໄດ້ດຶງດູດວິສາຫະກິດອິນໂດເນເຊຍ 100 ແຫ່ງ. 
ຫວຽດ​ນາມ​ແນະ​​ນຳ ສະ​ຖານ​ທີ່​ທ່ອງ​ທ່ຽວຫຼ​າຍ​ແຫ່ງ​ ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ແລະ ນັກ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ - ảnh 1ແຂກທ່ອງທ່ຽວຕ່າງປະເທດລົງພຶດຕິກຳຕົວຈິງຫຼິ້ນເຄື່ອງດົນຕີພື້ນເມືອງ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອິນໂດເນເຊຍເນັ້ນໜັກວ່າ ຫວຽດນາມແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດຢູ່ ອາຊີ - ປາຊີຟິກ ດ້ວຍລະດັບການເຕີບໂຕເສດຖະກິດບັນລຸໄດ້ 7% ໃນປີ2018. ດ້ວຍຄວາມສະຖຽນລະພາບດ້ານການເມືອງ ແລະ ພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນອາຊີ ແລະ ໂລກ.

        ທີ່ກອງປະຊຸມສຳມະນາ, ບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ໄດ້ສະໜອງຂໍ້ມູນຂ່າວສານຫຼາຍຢ່າງກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມຄື ດ່ານັງ, ອ່າວຮ້າລອງ, ຍາຈາງ…ທີ່ເຫດການ, ບາງບໍລິສັດທ່ອງທ່ຽວຂອງອິນໂດເນເຊຍໄດ້ເຊື່ອມຕໍ່ກັບບັນດາຄູ່ຮ່ວມມືຊຶ່ງແມ່ນບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ເພື່ອຮ່ວມມື ພ້ອມກັນຂຸດຄົ້ນບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງທັງສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ.      

ຕອບກັບ

ຂ່າວ/ບົດ​ອື່ນ