ຊ້າງຖືກເຂັ່ນຂ້າເພື່ອເອົາງາ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
|
(vovworld) - ກອງປະຊຸມສົນທິສັນຍາກ່ຽວກັບການຄ້າຂາຍສັດ, ພືືດປ່າທີ່ອາດຈະສູນພັນສາກົນ (CITES) ຄັ້ງທີ 17 (CoP -17) ໄດ້ໄຂຂຶ້ນໃນວັນທີ 24/9, ຢູ່ Johannesburg (ປະເທດ ອາບຟຣີກາໃຕ້), ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 182 ປະເທດສະມາຊິກຂອງສົນທິສັນຍາ ແລະ ບັນດາອົງການປ້ອງກັນສັດ, ພືດປ່າສາກົນ,
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່າກົງຕ໋ວນ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຊີ້ແຈ້ງວ່າ ພາຍຫຼັງ 22 ປີເປັນສະມາຊິກຂອງ CITES, ຫວຽດນາມໄດ້ ແລະ ພວມມີບັນດາການປະກອບສ່ວນຕັ້ງໜ້າໃຫ້ແກ່ອົງການສາກົນນີ້. ທ່ານ ຮອງລັດຖະມົນຕີ ຮ່າກົງຕ໋ວນ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາລົບລ້າງເຄືອຂ່າຍຄ້າຂາຍບັນດາຜະລິດຕະພັນຈາກສັດປ່າຢ່າງຜິດກົດໝາຍ, ພ້ອມທັງເດັດດຽວຕ້ານບັນດາປະເພດອາດຊະຍາກຳກ່ຽວຂ້ອງເຖິງການຄ້າ, ການຄ້າຂາຍບັນດາຜະລິດຕະພັນຈາກສັດປ່າ. ທ່ານ ຮ່າກົງຕ໋ວນ ໄດ້ປະກາດວ່າ ຫວຽດນາມ ຈະຈັດຕັ້ງກອງປະຊຸມຕ້ານການຄ້າຂາຍສັດ, ພືດປ່າສາກົນ (TWT) ຄັ້ງທີ 17 ແລະ 18 ຢູ່ນະຄອນຫຼວງຮ່າໂນ້ຍໃນເດືອນ 11 ຈະມາເຖິງ.