ທ່ານ Shoji Kuwayama, ຜູ້ອຳນວຍການໃຫຍ່ບໍລິຫານພາກພື້ນ ອາຊຽນ ຂອງບໍລິສັດ Marubeni (ປະເທດ ຍີ່ປຸ່ນ) ແລະ ທ່ານປະທານປະເທດ ຫວຽດນາມ ເຈ່ີນດ້າຍກວາງ
(vovworld) – ວັນທີ 10/8, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈ່ີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Shoji Kuwayama, ຜູ້ອຳນວຍການໃຫຍ່ບໍລິຫານພາກພື້ນ ອາຊຽນ ຂອງບໍລິສັດ Marubeni (ປະເທດ ຍີ່ປຸ່ນ) ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ຫວຽດນາມ ແລະ ຍີ່ປຸ່ນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດໃນໄລຍະຈະມາເຖິງ. ທ່ານເຈີ່ນດ້າຍກວາງ ຕີລາຄາສູງກຸ່ມບໍລິສັດ Marubeni ໄດ້ຕົກລົງ ແລະ ດຳເນີນການລົງທຶນ, ດຳເນີນທຸລະກິດສຳເລັດຜົນຢູ່ ຫວຽດນາມ ນັບແຕ່ເມື່ອຊຸມປີທຳອິດຂອງຊຸມປີ 90, ຕີລາຄາສູງບັນດາຄວາມມານະພະຍາຍາມ, ການປະກອບສ່ວນຂອງກຸ່ມບໍລິສັດເຂົ້າພາລະກິດການພັດທະນາເສດຖະກິດຂອງ ຫວຽດນາມ ແລະ ເລື່ອງເພີ່ມທະວີການພົວພັນຮ່ວມມືເສດຖະກິດລະຫວ່າງ 2 ປະເທດ ຜ່ານບັນດາໂຄງການກ່ຽວກັບພະລັງງານ, ກໍ່ຄືບັນດາການເຄື່ອນໄຫວໜູນຊ່ວຍເດັກ ແລະ ພັດທະນາການສຶກສາ ຢູ່ຫວຽດນາມໃນຊຸມປີຜ່ານມາ. ທ່ານ ເຈີ່ນດ້າຍກວາງ ຢັ້ງຢືນວ່າດ້ວຍທິດນຳທີ່ວ່າຜົນສຳເລັດຂອງບັນດານັກລົງທຶນຕ່າງປະເທດເປັນຜົນສຳເລັດຂອງຕົນເອງ, ຫວຽດນາມ ຕັດສິນໃຈສືບຕໍ່ມານະພະຍາຍາມຜັນຂະຫຍາຍບັນດາມາດຕະການປັບປຸງບັນດາກອບກົດໝາຍ, ນະໂຍບາຍຢ່າງແຮງ ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກກ່ວາໃຫ້ບັນດານັກລົງທຶນຕ່າງປະເທດເຂົ້າລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ໃນນັ້ນມີ ຍີ່ປຸ່ນ.