ຫວຽດນາມແລະຟິລິບປີນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມແລະຟິລິບປີນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
(ພາບ​ປະ​ກອບ)

(vovworld)- ຕອນ​ບ່າຍ​ວັນ​ທີ 11/4 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Jose Almendras, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟິ​ລີບ​ປີນ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ການ​ຢ້ຽມ​ຢາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ຫນາ​ຢາກ​ຊຸກ​ຍູ້​ການ​ພ​ົວ​ພັນ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ ປີນີ້ ຫວຽດ​ນາມ ແລະ ຟິ​ລີບ​ປີນ ສະ​ເຫລີ​ມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ສະ​ເຫນີ ລັດ​ຖະ​ບານ​ສອງ​ປະ​ເທດ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ອີກ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລົງ​ທຶ​ນ, ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປາດ​ຖະ​ຫນາ​ຢາກ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ​ຄື: ຄວາມ​ປອ​ດ​ໄພ​ການ​ເດີນ​ທະ​ເລ, ໄພ​ທຳ​ມະ​ຊາດ, ປ້​ອງ​ກັນ​ຕ້ານ​ການກໍ່​ການ​ຮ້າຍ, ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Jose Almendras ສະ​ເຫລີ​ລັດ​ຖະ​ບານ​ສອງ​ປະ​ເທດ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງາ​ນ​ຮ່ວມ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ທູດ​ປະ​ຊາ​ຊົນ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​​ລະ​ຫວ່າງສອງ​ປະ​ເທດ, ພິ​ເສດຍູ້​ແຮງ​ການ​ຮ່ວ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ