ຫວຽດນາມແລະມຽນມາໃຫ້ຄຳໝັ້ນສັນຍາເຮັດໃຫ້ການພົວພັນດ້ານການຄ້າການລົງທຶນເລິກເຊິ່ງກວ່າ
ການເຈລະຈາຂັ້ນສູງຫວຽດນາມ -ມຽນມາ
|
(vovworld)- ວັນທີ 26/10 ຫວຽດນາມ ແລະ ມຽນມາ ອອກຖະແຫລງການຮ່ວມມືເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 26-28/10/2016 ຂອງປະທານາທິບໍດີ Htin Kyaw. ໃນຖະແຫລງການຊີ້ແຈ້ງວ່າ: ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ທ່ານປະທານາທິບໍດີ ມຽນມາ Htin Kyaw ໄດ້ມີການເຈລະຈາ. ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການພົວພັນດ້ານການຄ້າ ການລົງທຶນສອງຝ່າຍເລິກເຊິ່ງກວ່າ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດພັດທະນາຢ່າງແຂງແຮງ. ການນຳສອງທ່ານໄດ້ແບ່ງປັນທັດສະນະ, ຜົນປະໂຫຍດລວມກ່ຽວກັບສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ຢືນຢັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງສອງປະເທດຜ່ານການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ພິຈາລະຮາເລື່ອງສ້າງຕັ້ງກົນໄກ “ໂອ້ລົມສົນທະນານະໂຍບາຍການປ້ອງກັນຊາດ” ແລະ ກົນໄກ “ກຸ່ມເຮັດວຽກຮ່ວມ”ລະຫວ່າງສອງກະຊວງປ້ອງກັນປະເທດກໍຄືຈັດຕັ້ງກອງປະຊຸມໂອ້ລົມສົນທະນາການປ້ອງກັນຄວາມສະຫງົບຄັ້ງທີ 5 ຢູ່ຫວຽດນາມ ໃນໄລຍະຈະມາເຖິງ, ຕັ້ງຫນ້າເຈລະຈາການລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຫນູນຊ່ວຍເຊິ່ງກັນ ແລະກັນ ໃນບັນດາບັນຫາອາຍາລະຫວ່າງສອງປະເທດ. ການນຳສອງທ່ານຊົມເຊີຍການເຊື່ອມຕໍ່ນັບມື້ນັບແຮງ ແລະ ກວ້າງຂວາງລະຫວ່າງສອງປະເທດໃນບັນດາຂົງເຂດ. ການນຳສອງທ່ານໄດ້ຕີລາຄາສູງການຮ່ວມມື, ສົມທົບກັນຢ່າງແຫນ້ນແຟ້ນລະຫວ່າງສອງປະເທດທີ່ບັນດາເວທີປາໄສພາກພື້ນ ແລະສາກົນ, ການຮ່ວມມືນຳໃຊ້ແຫລ່ງນ້ຳຢູ່ແມ່ນ້ຳຂອງແບບຍືນຍົງ.