ທ່ານ ອາຊາງ ລາວລີ ຕ້ອນຮັບ ທ່ານ ເຈີ່ນດືກເລື້ອງ
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບອົງການກວດກາລັດຖະບານ ລາວ ໃນລະຫວ່າງວັນທີ 2 - 6/8. ວັນທີ 3/8, ຢູ່ນະຄອນຫລວງ ວຽງຈັນ, ຄະນະຜູ້ແທນກວດກາລັດຖະບານ ຫວຽດນາມ ໂດຍທ່ານ ເຈີ່ນດືກເລື້ອງ, ຮອງຫົວໜ້າອົງການກວດກາລັດຖະບານ ນຳໜ້າ, ມີການພົບປະເຈລະຈາກັບຄະນະກວດກາລັດຖະບານ ລາວ. ນະທີ່ນີ້, 2 ຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນວຽກງານກວດກາ, ແກ້ໄຂການຮ້ອງທຸກ, ກ່າວຫາ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທະຜົນຢ່າງແທ້ຈິງ.
ແລະໃນວັນດຽວກັນ, ຄະນະຜູ້ແທນກວດກາລັດຖະບານ ຫວຽດນາມ ເຂົ້າຢ້ຽມຂ່ຳນັບທ່ານຮອງນາຍົກລັດຖະມົນຕີ ລາວ ອາຊາງ ລາວລີ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ອົງການກວດກາລັດຖະບານ 2 ປະເທດ ຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ, ໂດຍຜ່ານການແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານກວດກາ ເພື່ອ ຍົກສູງຜົນສັກສິດ, ປະສິດທິຜົນຂອງວຽກງານນີ້. ສ່ວນທ່ານ ເຈີ່ນດືກເລື້ອງ ຢືນຢັນວ່າ: ໃນໄລຍະຜ່ານມາ, ຂະແໜງກວດກາລັດຖະບານ 2 ປະເທດໄດ້ຕັ້ງໜ້າແລກປ່ຽນບົດຮຽນໃນການຊີ້ນຳ, ບໍລິຫານວຽກງານກວດກາ, ການປ້ອງກັນ, ຕ້ານການສໍ້ລາດບັງຫລວງຢູ່ແຕ່ລະປະເທດ, ປະກອບສ່ວນເຮັດໃຫ້ຂະແໜງການກວດກາຂອງ ຫວຽດນາມ ແລະ ລາວ ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກ່ວາອີກ.
ຄະນະກໍໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ລາວ
ນັກຂ່າວ VOV ປະຈຳລາວ