ທ່ານປະທານປະເທດ ເຈືອງເຕີ໋ນຊາງຕ້ອນຮັບທ່ານ Lubomir
Zaoralek ລັດຖະມົນຕີກະຊວງການຕ່າງປະເທດ ສ.ເຊັກໂກ
(ພາບ: TTXVN)
(vovworld) – ໃນຕອນເຊົ້າວັນທີ 23/10, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Lubomir Zaoralek ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ເຊັກໂກ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດ. ນະທີ່ນີ້ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີວ່າ ຫວຽດນາມ ແລະ ເຊັກໂກ ຕ້ອງເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງ 2 ຊາດ; ທ່ານປະທານປະເທດ ຕີລາຄາສູງເລື່ອງ ສ.ເຊັກໂກ ຮັບຮູ້ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເຊັກໂກແມ່ນຊົນເຜົ່າສ່ວນໜ້ອຍຂອງປະເທດນີ້ ແລະ ຖືວ່າ: 2 ປະເທດຕ້ອງມີບັນດາບາດກ້າວພັດທະນາໃໝ່ກ່ຽວກັບການຮ່ວມມືດ້ານວັດທະນະທຳ. ທ່ານປະທານປະເທດ ຊົມເຊີຍເລື່ອງ 2 ຝ່າຍຈັດຕັ້ງບັນດາເວທີປາໄສວິສາຫະກິດຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເພື່ອແນໃສ່ນຳການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນເຂົ້າສູ່ລວງເລິກ, ນຳມາໃຫ້ມີປະສິດທິຜົນຢ່າງແທດຈິງ; ພ້ອມທັງ ສະເໜີ ໃນໄລຍະຈະມາເຖິງຝ່າຍ ຫວຽດນາມ ແລະ ສ.ເຊັກໂກ ກວດກາຄືນ ເພື່ອເພີ່ມເຕີມ ຫຼື ເຊັນໃໝ່ບັນດາເອກະສານນິຕິກຳຈຳເປັນ ເພື່ອແນໃສ່ຈັດຕັ້ງຄືນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ, ເພີ່ມວົງເງິນການຄ້າ 2 ສົ້ນໂດຍໄວ.
ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຊັກໂກ Lubomir Zaoralek ເນັ້ນໜັກວ່າ: ດ້ວຍທີ່ຕັ້ງສາກົນນັບມື້ນັບສູງຂອງ ຫວຽດນາມ, ເຊັກໂກ ປາດຖະໜາຢາກ ຊອກໄດ້ຄູ່ຮ່ວມມື ທີ່ໄວ້ເນື້ອເຊື່ອໃຈຢູ່ໃນພາກພື້ນ ອາຊີ. ທ່ານລັດຖະມົນຕີ Lubomir Zaoralek ກໍໃຫ້ຮູ້ວ່າ: ເຊັກໂກ ປາດຖະໜາຢາກໃຫ້ທຸກຄວາມບໍ່ລົງລອຍກັນບົນທະເລຕາເວັນອອກ ຈະໄດ້ຮັບການແກ້ໄຂໂດຍຜ່ານການເຈລະຈາ, ສັນຕິວິທີ, ຮັກສາສະຖຽນລະພາບ ເພື່ອພັດທະນາເສດຖະກິດ.