(vovworld) – ໂດຍໄດ້ຮັບຄຳເຊີນຂອງກະຊວງກະສິກຳ ແລະ ສະຫະກອນໄທ, ຄະນະປະຕິບັດງານຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໄທ ໃນລະຫວ່າງວັນທີ 10 – 14/01. ທີ່ການເຈລະຈາກັບການນຳກະຊວງກະສິກຳ - ສະຫະກອນໄທ, 2 ຝ່າຍໄດ້ເຫັນດີນຳກັນສ້າງລະບຽບການພາຍໃນໃຫ້ສຳເລັດ, ລາຍງານຕໍ່ລັດຖະມົນຕີກະຊວງກະສິກຳ 2 ປະເທດກ້າວໄປເຖິງການລົງນາມ ໃນການສ້າງຕັ້ງໂທລະສັບສາຍດ່ວນ ໃນການເຄື່ອນໄຫວອາຊີບປະມົງລະຫວ່າງ 2 ປະເທດໃນໄຕມາດ 1 ປີ 2016. 2 ຝ່າຍເຫັນດີສືບຕໍ່ຮ່ວມມືກ່ຽວກັບວຽກງານຕ້ານໂລກລະຍາດຕໍ່ສິນໃນນ້ຳ ແລະ ລ້ຽງສັດ, ຄຸ້ມຄອງຄຸນນະພາບ, ກໍ່ສ້າງມາດຕະຖານ, ມາດຖານສິນຄ້າກະເສດສົ່ງອອກ.