ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ  ຮ່ວາງ​ຈູງ​ຫາຍ
ພາບ:internet


(vovworld)- ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ  ຮ່ວາງ​ຈູງ​ຫາຍ, ຮອງ​ປະທານ​ປະ​ຈຳ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ກອງ​ປະຊຸມ​ຄັ້ງ​ທີ 3 ​ເປີດ​ກວ້າງ ກັບ​ບັນດາ​ນັກ​ອຸປະ​​ຖຳ ​ໃຫ້​ແກ່ ໂຄງການ​ຫນູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ  ຊື່​ງຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 28/10. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ມີ​ຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ບັນດາ​ຍຸດ​ທະ​ສາດ, ວາງ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ລ້ວນ​ແຕ່​ຄິດ​ໄລ່​ເຖິງ​ປັດ​​​ໄຈ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທີ່​ກອງ​ປະຊຸມ,​ບັນດາ​ນັກ​ອຸປະ​ຖ​ຳ ຕີ​ລາຄາ​ສູງ​ບົດບາດ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ການ​ຊີ້​ນຳ​ປະຕິບັດ​ກົນ​ໄກ, ນະ​ໂຍບາຍ​ໃນ​ໂຄງການ​ຫນູນ​ຊ່ວຍ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ພ້ອມ​ທັງ​ຢັ້ງຢືນ ຈະ​ຫນູນ​ຊ່ວຍ​ການ​ເງິນ​ຜ່ານ​​ໂຄງການ​ໃຫ້​ແກ່​ປີ 2013-2014 ​ແລະ ຊຸມ​ປີ​ຕໍ່​ໄປ ​ເພື່ອ​ໃຫ້​ຫວຽດນາມ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຂ່າວ/ບົດ​ອື່ນ