(vovworld) – ວັນທີ 9/6, ທີ່ສຳນັກງານໃຫຍ່ຂອງສະຫະປະຊາຊາດຢູ່ ນິວຢອກ, ປະເທດ ອາເມລິກາ, ໄດ້ດຳເນີນກອງປະຊຸມຄັ້ງທີ 8 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາສິດຂອງຄົນພິການ (CRPD) ດ້ວຍຫົວຂໍ້ວ່າ: “ການປະຕິບັດສິດຂອງຄົນພິການໃນໂຄງການດຳເນີນງານພັດທະນາພາຍຫຼັງປີ 2015”. ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ເຂົ້າຮ່ວມກອງປະຊຸມດ້ວຍຖານະແມ່ນສະມາຊິກພາຍຫຼັງໃຫ້ສັດຕະຍາບັນ CRPD ຢ່າງເປັນທາງການເມື່ອເດຶອນ 2/2015. ທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາສ່ວນຄົນພິການສູງ, ສະນັ້ນເລື່ອງປົກປ້ອງ ແລະ ຊຸກຍູ້ສິດຂອງຄົນພິການຍາມໃດກໍແມ່ນບຸລິມະສິດ ແລະ ໄດ້ລະບຸຢ່າງຈະແຈ້ງໃນກົດໝາຍ ແລະ ນະໂຍບາຍຂອງລັດ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ: ຫວຽດນາມ ພວມຕັ້ງໜ້າຜັນຂະຫຍາຍແຜນຮ່າງໜູນຊ່ວຍຄົນພິການໄລຍະ 2012-2020 ໃນບັນດາຂົງເຂດສາທາລະນະສຸກ, ການສຶກສາ, ວຽກເຮັດງານທຳ, ກິລາ, ວັດທະນະທຳ... ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ: ດ້ວຍທິດສະດີປັດຕະຍາ “ພິການແຕ່ຍັງມີຜົນປະໂຫຍດ” ຍາມໃດ ຫວຽດນາມ ກໍເອົາໃຈໃສ່ສ້າງເງື່ອນໄຂ ເພື່ອໃຫ້ຄົນພິການໄດ້ຮັບການບຳລຸງສ້າງຊິຊາອາຊີບ, ມີວຽກເຮັດງານທຳ, ສ້າງລາຍຮັບເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ.