ຫວຽດນາມຍາດໄດ້ 5 ຫຼຽນຄຳ
ທີ່ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 9
(ພາບ: baomoi.com)
(VOV)- ໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 9 ຫາກໍ່ດຳເນີນໄປຢູ່ອິນໂດເນເຊຍ, ຄະນະຜູ້ແທນຫວຽດນາມ ຍາດໄດ້ 5 ຫຼຽນຄຳ, ຖືກຈັດອັນດັບ 2 ທົ່ວຄະນະ. ການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 9 ໄດ້ດືງດູດການເຂົ້າຮ່ວມຂອງ 275 ຄົນທີ່ມາຈາກ 9 ປະເທດດ້ວຍ 22 ອາຊີບ. ທີ່ການແຂ່ງຂັນຄັ້ງນີ້, ຄະນະຫວຽດນາມ ມີ 44 ຄົນເຂົ້າຮ່ວມ. ຮອງສາສະດາຈານ, ດຣ Duong Duc Lan ຮອງຫົວໜ້າກົມໃຫ່ຍສອນວິຊາຊີບ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ:
“ຄະນະຫວຽດນາມ ໄດ້ວາງຈຸດໝາຍຢືນອັນດັບ 3 ທົ່ວຄະນະເທົ່ານັ້ນຍ້ອນວ່າຄະນະປະເທດອື່ນກໍ່ເຂັ້ມແຂງທີ່ສຸດ ແຕ່ໝາກຜົນໃນປີນີ້ແມ່ນຢືນອັນດັບທີ 2 ທົ່ວຄະນະ. ນີ້ແມ່ນໝາກຜົນທີ່ໜ້າຊື່ຊົມ. ຫຼັງຈາກການແຂ່ງຂັນນີ້, ພວກເຮົາຈະເລືອກເອົາຜູ້ໄດ້ຮັບລາງວັນໄປເຂົ້າຮ່ວມການແຂ່ງຂັນສີມືແຮງງານໂລກໃນເດືອນ 7/2013 ຢູ່ສາທາລະນະລັດເຢັຍລະມັນ“