(vovworld) – ວັນທີ 12/11, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິງ ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງທີ 38 ຂອງອົງການ UNESCO, ສະມັດຊາໃຫຍ່ໄດ້ດຳເນີນການເລືອກຕັ້ງຢູ່ 30 ປະເທດສະມາຊິກສະພາບໍລິຫານ. ຫວຽດນາມ ໄດ້ຮັບເລືອກຕັ້ງເປັນກຳມະການສະພາບໍລິຫານ UNESCO ອາຍຸການ 2015-2019 ດ້ວຍບັດສະໜັບສະໜູນສູງ 156 ບັດ. ເຫດການນີ້ໄດ້ສະແດງໃຫ້ເຫັນທີ່ຕັ້ງ ແລະ ອິດທິພົນຊື່ສຽງທີ່ນັບມື້ນັບສູງຂອງຫວຽດນາມ ບົນເວທີສາກົນ, ພ້ອມທັງແມ່ນການຮັບຮູ້ຂອງປະຊາຄົມສາກົນ ຕໍ່ບັນດາການປະກອບສ່ວນຂອງຫວຽດນາມ ສຳລັບ UNESCO. ນີ້ແມ່ນຄັ້ງທີ 4 ທີ່ຫວຽດນາມ ໄດ້ຮັບເລືອກຕັ້ງເປັນກຳມະການສະພາບໍລິຫານ UNESCO. ໂດຍແມ່ນສະມາຊິກຂອງສະພາບໍລິຫານ UNESCO, ອີກເທື່ອໜຶ່ງ ຫວຽດນາມ ຈະມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກອື່ນໆ ເຂົ້າຮ່ວມຢ່າງເປັນເຈົ້າການໃນນະໂຍບາຍຕ່າງໆຂອງ UNESCO.