ຫວຽດນາມ ກະກຽມໃຫ້ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນ ອາຊີ - ປາຊີຟິກ

(VOVWORLD) - ໃນລະຫວ່າງວັນທີ 11 – 13/05, ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບ “ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ: ການກະທຳຂອງບັນດານັກສ້າງກົດໝາຍ ແນໃສ່ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ” 
ຫວຽດນາມ ກະກຽມໃຫ້ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນ ອາຊີ - ປາຊີຟິກ - ảnh 1 ຫວຽດນາມ ກະກຽມໃຫ້ກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນ ອາຊີ - ປາຊີຟິກ

ຈະດຳເນີນໄປຢູ່ນະຄອນ ໂຮ່ຈີມິນ. ຕອນເຊົ້າວັນທີ 04/05 ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະຈັດຕັ້ງເຫດການ, ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໃຈໃສ່ກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄວນສືບຕໍ່ຜັນຂະຫຍາຍ ແລະ ສຳເລັດບັນດາວຽກງານທີ່ຍັງເຫຼືອ, ຮັບປະກັນໃຫ້ກອງປະຊຸມສຳເລັດຜົນ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງສະມັດຊາໃຫຍ່ IPU ທີ່ໄດ້ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ຈັດຕັ້ງເຫດການສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ