(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ - ກຳປູເຈຍ (24/6/1967-24/6/2012), ຕອນເຊົ້າວັນທີ 21/6, ທ່ານນາຍົກລັດຖະມົນຕີ, ລັດຖະມົນຕີລາດຊະວັງກຳປູເຈຍ Kong Som Ol, ຜູ້ຕ່າງໜ້າຂອງພະມະຫາກະສັດແຫ່ງລາຊະອານາຈັກກຳປູເຈຍ Norodom Sihamoni, ໄດ້ມາຢ້ຽມຢາມ ແລະ ອວຍພອນສະຖານທູດຫວຽດນາມປະຈຳກຳປູເຈຍ. ທ່ານ Kong Som Ol ໄດ້ຝາກຄຳຂອບອົກຂອບໃຈເຖິງລັດ, ປະຊາຊົນຫວຽດນາມ ທີ່ໄດ້ຊ່ວຍເຫຼືອປະຊາຊົນກຳປູເຈຍໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດຂອງຂະແມແດງ ກໍ່ຄືວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດກຳປູເຈຍໃນໄລຍະຫຼັງຈາກນັ້ນ. ທ່ານເນັ້ນໜັກວ່າ, ປະຈຸບັນ, ການພົວພັນຖານບ້ານໄກ້ເຮືອນຄຽງມິດຕະພາບລະຫວ່າງສອງປະເທດຄວນສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ Ngo Anh Dung ກໍ່ຢືນຢັນວ່າ ລັດ ແລະ ປະຊາຊົນຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຕາມທິດນຳເຊິ່ງການນຳຂັ້ນສູງຂອງສອງປະເທດໄດ້ວາງອອກນັ້ນແມ່ນ ”ບ້ານໄກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ ແລະ ຍາວນານ”