(vovworld) - ດາວທຽມສຳຫຼວດທາງໄກທຳອິດຂອງຫວຽດນາມ ມີຊື່ວ່າ VNREDSat -1 ຈະໄດ້ຍິງໃນເວລາ 09 ໂມງ 6 ນາທີ ວັນທີ 04/05/2013 (ຕາມເວລາ ຫວຽດນາມ). ພາຍຫຼັງດາວທຽມເຂົ້າວົງໂຄຈອນ, ດາວທຽມ VNREDSat – 1 ຈະຊ່ວຍຫວຽດນາມ ເປັນເຈົ້າການສະໜອງຮູບຖ່າຍທີ່ມີຄຸນນະພາບສູງໃຫ້ແກ່ບັນດາກະຊວງ, ທ້ອງຖິ່ນຕ່າງໆໃນທົ່ວປະເທດທີ່ມີຄວາມຕ້ອງການນຳໃຊ້ຮູບຖ່າຍຈາກດາວທຽມສຳຫຼວດທາງໄກ ເພື່ອຮັບໃຊ້ການພັດທະນາເສດຖະກິດສັງຄົມ. ພິເສດ, ດາວທຽມຈະປະກອບສ່ວນຕີລາຄາ ແລະ ຮັບມີກັບໄຟໄໝ້ປາ, ພະຍຸນ້ຳຖ້ວມ ແລະ ບັນດາໄພທຳມະຊາດອື່ນໆ, ໂດຍສະເພາະແມ່ນນ້ຳທະເລຂຶ້ນສູງ ແລະ ການປ່ຽນແປງຂອງດິນຟ້າອາກາດ. ຕາມ ປະລິຍາເອກ ບຸຍຈ້ອງຕວຽນ, ຮອງຫົວໜ້າສະຖານບັນເຕັກໂນໂລຊີອະວະກາດແລ້ວ, ໂຄງການ VNREDSat -1 ມີຍອດຈຳນວນເງິນລົງທຶນເກືອບ 56 ລ້ານເອີໂລ. ເພີ່ອກະກຽມໃຫ້ແກ່ການຮັບເອົາ ແລະ ການເຄື່ອນໄຫວຂອງດາວທຽມ VNREDSat – 1, ຢູ່ຫວຽດນາມໄດ້ຜັນຂະຫຍາຍ 3 ສະຖານີຢູ່ໜ້າດິນເພື່ອບໍລິຫານ, ຮັບເອົາ ແລະ ແກ້ໄຂສັນຍານຈາກດາວທຽມເຊິ່ງລວມມີ, ສູນບໍລິຫານ, ສະຖານີສົ່ງສັນຍານບັນຊາດາວທຽມ, ສະຖານີຮັບເອົາຮູບຖ່າຍຈາກດາວທຽມ.