ຫວຽດນາມ ກຽມພ້ອມສ້າງ ກາລະໂອກາດໃຫ້ແກ່ວົງການທຸລະກິດຝລັ່ງ

ຫວຽດນາມ ກຽມພ້ອມສ້າງ ກາລະໂອກາດໃຫ້ແກ່ວົງການທຸລະກິດຝລັ່ງ - ảnh 1
(ພາບປະກອບ)

(vovworld) -     ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ ​ແລະ ໜູນ​ຊ່ວຍ​ການ​ສົ່ງ​ອອກ​ຄັ້ງ​ທີ 29 (Forum Expo 29) ຫາກໍດຳ​ເນີນ​ໄປ​ຢູ່ນະຄອນ Bobigny, ທາງ​ພາກ​ເໜືອ​ນະຄອນຫຼວງ​ປາຣີ, ປະ​ເທດ​ຝລັ່ງ, ​ເພື່ອ​ແນ​ໃສ່​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ຕະຫຼາດ​ຕ່າງປະ​ເທດ​ໃຫ້​ແກ່​ວິ​ສາ​ຫະກິດ​ຝລັ່ງ. ນອກຈາກ​ອົງການ​ການ​ຄ້າຂອງຝລັ່ງ, ​ເວ​ທີ​ປາ​ໄສ​ຍັງມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕ່າງ​ໜ້າ​ບັນດາ​ອົງການ​ການ​ຄ້າ​ທີ່​ມາ​ຈາກ 16 ປະ​ເທດ​ຂອງ 5 ທະວີບ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ.

        ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ວິທະ​ຍຸ​ກະຈາຍສຽງ​ຫວຽດນາມ ກ່ຽວ​ກັບ​ເຫດການ​ດັ່ງກ່າວ, ທ່ານ ຫງວຽນ​ແກງ​ເກື່ອງ, ທີ່​ປຶກສາ​​ການ​ຄ້າ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ​ຝລ່ັງ ​ໃຫ້​ຮູ້​ວ່າ.

        “ປະຈຸ​ບັນ​, ຝລັ່ງ ພວມ​ມີ​ທິດ​ຫັນປ່ຽນ​ຍຸດ​ທະ​ສາດ, ບໍ່​ສະ​ເພາະແຕ່​ບັນດາ​ອົງການ​ລັດຖະບານ​ເທົ່າ​ນັ້ນ ຫາກ​​ບັນດາ​ວິ​ສາ​ຫະກິດ​ອີກ​ດ້ວຍ ​ເພາະ​ລາຍ​ຈ່າ​ຍ​ໃຫ້​ແກ່​ການ​ລົງທຶນ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຝລ່ັງ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເຊິ່ງ​ເຮ​ັ​ດ​ໃຫ້ຄວາມ​ສາມາດແກ່ງ​ແຍ້​ງຂອງ​ບັນດາ​ວິ​ສາ​ຫະກິດ​ຝລັ່ງ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ໃນ​ຂະນະ​ນັ້ນ, ຢູ່​ບັນດາ​ຕະຫຼາດ​ທີ່ພວມ​ພົ້​ນເດັ່ນ​ຢູ່​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ພວມ​ມີ​ທ່າ​ແຮງ, ບໍ່​ພຽງ​ແຕ່​​ຕະຫຼາດ​ນັບ​ມື້​ນັບ​​ໄດ້​ຮັບ​ການ​ເປີດກວ້າງ​, ກຳລັງຊື້​ສິນຄ້າ​ຂອງ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ, ຫາກ​ບັນດາ​ປັດ​ໃຈ​ສະດວກ​ອື່ນໆ​ອີກຄື; ລາຍ​ຈາ​ຍ​ໃຫ້​ແກ່​ກາ​ນຜະລິດ​ດຳ​ເນີນ​ທຸ​ລະ​ກິດ, ​ໃຫ້​ບຸລິມະສິດ​ເປີດປະຕູ… ກໍ່​ພວມ​ສົ່ງ​ເສີມບັນດາວິ​ສາ​ຫະກິດ​ຝລັ່ງ ລົງທຶນ​ຢູ່​ນອກ​ປະ​ເທດເພື່ອ​ຂຸດ​ຄົ້ນບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ກັບ​ຄູ່​ຄ້າ​ໃໝ່​”.

ຂ່າວ/ບົດ​ອື່ນ