ຫວຽດນາມ ຄັດຄ້ານຈີນ ລະເມີດອະທິປະໄຕ ແລະ ສິດຕັດສິນຂອງຫວຽດນາມ

ຫວຽດນາມ ຄັດຄ້ານຈີນ ລະເມີດອະທິປະໄຕ ແລະ ສິດຕັດສິນຂອງຫວຽດນາມ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) - ​ເມື່ອ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ແຈ້ງ​ຂ່າວ​ເດີນ​ທະ​ເລ​​ໃນ​​ວັນ​ທີ 03/05/2014 ຂອງ​ກົມຮັບຜິດຊອບ​ວຽກ​ງານ​ທະ​ເລ ຈີນ ​ທີ່​ວ່າ ຮ້ານ​​ເຈາະ​ນ້ຳມັນ DH – 981 ຂອງບໍລິ​ສັດ​ໃຫຍ່ນ້ຳມັນ​ອາຍ​ແກັດ ຂາຍ​ຢາງ (ຈີນ) ​ໄດ້​ດຳ​ເນີນ​ການ​ເຈາະ​ນ້ຳມັນຢູ່ນ່ານທະ​ເລ​ແຕ່​ວັນ​ທີ 02/05 – 15/08/2014, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ: ຮ້ານ​​ເຈາະ​ນ້ຳມັນ DH – 981 ​ໄດ້​ເຄື່ອນ​ໄຫວ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຫວຽດນາມ ​ແລະ ​ໄຫຼ່​ທະວີບຂອງ​ຫວຽດນາມ, ທີ່ຫາກ​ຈາກ​ຝັ່ງ​ທະ​ເລ​ຂອງ​ຫວຽດນາມ ປະມານ 120 ​ໄມ​ທະ​ເລ. ທ່ານ​ເລ​ຫາຍ​ບິ່ງ ຢືນຢັນ​ວ່າ ຫວຽດນາມ ມີ​ຫຼັກ​ຖານ​ປະຫວັດສາດ ​ແລະ ພື້ນຖານ​ດ້ານ​ກົດໝາຍ​​ຢ່າງ​ພຽງພໍ​ ເພື່ອຢືນຢັນອະທິປະ​ໄຕ​ຂອງ​ຕົນ​ສຳລັບ 2 ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ກໍ່​ຄື​ອະທິປະ​ໄຕ ​ແລະ ສິດ​ຕັດສິນສຳລັບ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະ​ວີບຂອງ​ຕົນ ເຊິ່ງ​ໄດ​້ຮັບ​ການກຳນົດຢ່າງເໝາະ​ສົມ​ກັບ​ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທຸກໆ​ການ​ເຄື່ອນ​ໄຫວ​ຂອງ​ຕ່າງປະ​ເທດ​ບົນ​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ເມື່ອ​ບໍ່​ໄດ້​ຮັບການ​ອະນຸຍາດ​ຂອງ​ຫວຽດນາມ ລ້ວນ​ແຕ່​ແມ່ນການ​ກະທຳ​ທີ່​ຜິດ​ກົດໝາຍ ​ແລະ ​ບໍ່​ມີຄຸນຄ່າ, ຫວຽດນາມ ​​ເດັດ​ດຽວຄັດ​ຄ້ານ.

        ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ ກໍ່​ໄດ້​ອອກ​ແຈ້ງ​ຂ່າວ​​ໂດຍຢືນຢັນວ່າ ​ການ​ ເຄື່ອນ​ໄຫວ​ຂອງ​ບໍລິສັດ​​ໃຫຍ່ນ້ຳມັນອາຍ​ແກັດ ຂາຍ​ຢາງ ຂອງ​ຈີນ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ ​ແລະ ສິດ​ຕັດສິນ​ຂອງ​ຫວຽດນາມ ຕາມ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ວັນ​ທີ 04/05, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ ​ໄດ້​ຝາກ​ຈົດໝາຍ​ເຖິງ​ປະທານ ​ແລະ ຜູ້ອຳ​ນວຍ​ການ​ໃຫຍ່​ບໍລິສັດ​​ໃຫຍ່ນ້ຳມັນ​ອາຍ​ແກັດ ຂາຍ​ຢາງ ​ເພື່ອຄັດ​ຄ້ານ​ການ​ກະທຳ​ນີ້ຢ່າງ​ແຮງ ​ແລະ ​ຮຽກຮ້ອງ​ບໍລິສັດ​​ໃຫຍ່ນ້ຳມັນ​ອາຍ​ແກັດ ຂາຍ​ຢາງ ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ​​ໂດຍທັນທີ ​ແລະ ຖອນ​ຮ້ານ​ເຈາະ​ນ້ຳມັນ DH – 981 ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ ຮຽກຮ້ອງ​ໃຫ້​ບໍລິສັດ​​ໃຫຍ່ນ້ຳມັນອາຍແກັດ ຂາຍ​ຢາງ ຂອງ​ຈີນບໍ່​ໄດ້​ດຳ​ເນີນ​ວຽກ​ງານ​ຄື​ດັ່ງກ່າວອີກ.

ຂ່າວ/ບົດ​ອື່ນ