ຫວຽດນາມ ຄັດຄ້ານເລື່ອງຈີນຈັບ ກຳປັ່ນຫາປາຂອງຫວຽດນາມ.

ຫວຽດນາມ ຄັດຄ້ານເລື່ອງຈີນຈັບ ກຳປັ່ນຫາປາຂອງຫວຽດນາມ. - ảnh 1
ທ່ານ ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ Luong Thanh Nghi

(vovworld) - ວັນ​ທີ 21/3 ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ຢາກ​ໃຫ້​ຮູ້ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ຈີນ​ໄດ້​ຈັບຕົວ ​ແລະ ພວມ​ກັກ​ຂັງ​ຊາວ​ປະມົງ​ 21 ຄົນ ​ແລະ ກຳ​ປັ່ນ​ຫາ​ປາ 2 ລຳຂອງ​ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ Luong Thanh Nghi ຊີ້​ແຈງ​ວ່າ: ໝູ່​ເກາະ Hoang Sa ​ແມ່ນ​ອະທິປະ​ໄຕ​ຂອງ​ຫວຽດນາມ. ​ເລື່ອງ​ຈີນ ຈັບຕົວ, ກັກ​ຂັງ ​ແລະ ກີດຂວາງ​ຊາວ​ປະມົງ​ຫວຽດນາມທີ່​ພວມ​ເຄື່ອນ​ໄຫວ​ຫາ​ປາ​ຢູ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ໝູ່​ເກາະ Hoang Sa ​ແມ່ນ​ການລ່ວງ​ລະ​ເມີດ​ອະທິປະ​ໄຕ, ​ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ຫວຽດນາມຢ່າງ​ຮ້າຍ​ແຮງ. ຫວຽດນາມ​ຄັດຄ້ານ​ການ​ກະທຳ​ນີ້​ຂອງຝ່າຍ​ຈີນ, ຮຽກ​ຮ້ອງ​ໃຫ້​ຝ່າຍ​ຈີນ ປ່ອຍ​ຕົວ​ບັນດາ​ຊາວ​ປະມົງ ​ແລະ ກຳ​ປັ່ນ​ຫາ​ປາ​ດັ່ງກ່າວ​ໂດຍ​ບໍ່​ມີ​ເງື່ອນ​ໄຂ, ຢຸດຕິ​ເລື່ອງ​ຈັບ​ຕົວ, ກີດ​ຂວາງ​ຊາວ​ປະມົງ​ ຫວຽດນາມ ເຄື່ອນ​ໄຫວ​ຫາ​ປາຢູ່ບັນດາ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ຜູ້ຕາງຫນ້າ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ພົບ​ປະ​ກັບ​ສະຖານທູດ​ຈີນ ສົ່ງ​ຈົດໝາຍ​ທາງ​ການ​ໃນ​ນັ້ນ​ຊີ້​ແຈງ ຫລັກ​ໝັ້ນ​ຂອງ​ຫວຽດນາມ ​ແລະ ພວມ​ສືບ​ຕໍ່​ຕໍ່ສູ້​​ເພື່ອ​ແກ້​ໄຂ​ກໍລະນີ​ດັ່ງກ່າວ, ຮັບປະກັນ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ປະມົງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ