ຫວຽດນາມ ຈະສ້າງ ສູນເຕັກໂນໂລຊີ ຂໍ້ມູນຂ່າວສານ Bangalore
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ແລະ ຜູ້ວ່າການລັດ Karnataka
(ພາບ: canthotv.vn)
( vovworld ) – ໂດຍເລີ່ມຕົ້ນການຢ້ຽມຢາມປະເທດສາທາລະນະລັດອິນເດຍ ຢ່າງເປັນທາງການ, ວັນທີ 26/3, ຢູ່ນະຄອນ Bangalore, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ແລະ ຄະນະປະຕິບັດງານຂອງລັດຖະບານຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ Bhardwaj ຜູ້ວ່າການລັດ Karnataka. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ໃຫ້ຮູ້ວ່າ ຈະມອບໝາຍໜ້າທີ່ໃຫ້ມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານອັນດັບໜື່ງຂອງຫວຽດນາມ ກະກຽມການດຳເນີນສ້າງຕັ້ງສູນບຳລຸງສ້າງເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ໃສ່ຊື່ຂອງນະຄອນເຕັກໂນໂລຊີຂໍ້ມູນຂ່າວສານທີ່ມີຊື່ສຽງ Bangalore. ຜູ້ວ່າການລັດ Karnataka ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງສູງ ຕໍ່ບັນດາຂໍ້ສະເໜີຮ່ວມມືຂອງລັດຖະບານຫວຽດນາມ ໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ທ່ານໃຫ້ຮູ້ວ່າ ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາວິສາຫະກິດຢູ່ Karnataka ລົງທຶນເຂົ້າຫວຽດນາມ ໃນບັນດາເຂດເຕັກໂນໂລຊີສູງຢູ່ຫວຽດນາມ. ພ້ອມກັນນັ້ນຈະເພີ່ມທະວີການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄ້ວາຢູ່ Karnataka ກັບບັນດາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄ້ວາຢູ່ຫວຽດນາມ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ໄປຢ້ຽມຢາມສູນຄົ້ນຄ້ວາກາງຫາວອິນເດຍ; ໄປຢ້ຽມຢາມສະຖາບັນຄຸມຄອງບໍລິຫານລັດ Karnataka.