ຫວຽດນາມ ຊຸກຍູ້ການປົກປ້ອງລິຂະສິດໃນສະພາບແວດລ້ອມດີຈີຕອນ

(VOVWORLD) - ທາງຂະແໜງພວມຍູ້ແຮງວຽກງານໂຄສະນາ, ເຜີຍແຜ່ບັນດາຂໍ້ກຳນົດກົດໝາຍກ່ຽວກັບລິຂະສິດຂອງຜູ້ແຕ່ງ, ສິດກ່ຽວຂ້ອງ ເພື່ອຍົກສູງຄວາມຮັບຮູ້ ແລະ ສະຕິປະຕິບັດຕາມກົດໝາຍກ່ຽວກັບລິຂະສິດຂອງຜູ້ແຕ່ງ
ຫວຽດນາມ ຊຸກຍູ້ການປົກປ້ອງລິຂະສິດໃນສະພາບແວດລ້ອມດີຈີຕອນ - ảnh 1(ທີ່ການໂອ້ລົມສົນທະນາ)

        ການໂອ້ລົມສົນທະນາ “ປົກປ້ອງລິຂະສິດໃນສະພາບແວດລ້ອມດີຈີຕອນ” ໂດຍກົມລິຂະສິດຜູ້ແຕ່ງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນໃນວັນທີ 24 ເມສາ, ຢູ່ນະຄອນ ດ່ານັ້ງ. ການເຄື່ອນໄຫວນອນໃນບັນດາເຫດການຕອບສະໜອງ “ວັນກຳມະສິດພູມປັນຍາໂລກ 26 ເມສາ”, “ວັນປື້ມ ແລະ ລິຂະສິດໂລກ 23 ເມສາ”.

        ທີ່ການໂອ້ລົມສົນທະນາ, ທ່ານນາງ ຟ້າມທິກິມແອວງ, ຮອງຫົວໜ້າກົມລິຂະສິດຜູ້ແຕ່ງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ: ທາງຂະແໜງພວມຍູ້ແຮງວຽກງານໂຄສະນາ, ເຜີຍແຜ່ບັນດາຂໍ້ກຳນົດກົດໝາຍກ່ຽວກັບລິຂະສິດຂອງຜູ້ແຕ່ງ, ສິດກ່ຽວຂ້ອງ ເພື່ອຍົກສູງຄວາມຮັບຮູ້ ແລະ ສະຕິປະຕິບັດຕາມກົດໝາຍກ່ຽວກັບລິຂະສິດຂອງຜູ້ແຕ່ງ, ສິດກ່ຽວຂ້ອງຂອງບັນດາກຸ່ມເປົ້າໝາຍໃນທົ່ວສັງຄົມ.

        “ໃນສະພາບແວດລ້ອມດີຈີຕອນໄດ້ວາງອອກສິ່ງທ້າທາຍໃນການປົກປ້ອງລິຂະສິດ ແລະ ປະຕິບັດລິຂະສິດ. ພວກເຮົາຕ້ອງຊອກໄດ້ມາດຕະການແກ້ໄຂ ເພື່ອຊຸກຍູ້ການປົກປ້ອງລິຂະສິດທາງໃນສະພາບແວດລ້ອມດີຈີຕອນ. ພວກຂ້າພະເຈົ້າຈະຮັບເອົາຄຳເຫັນ, ສ້າງໃຫ້ສົມບູນແບບຢ່າງທັນການ ເພື່ອຮັບປະກັນແລວນິຕິກຳຈະເຂົ້າສູ່ຕົວຈິງເພື່ອປົກປ້ອງລິຂະສິດ, ຊຸກຍູ້ການປະດິດຄິດສ້າງ”.

ຕອບກັບ

ຂ່າວ/ບົດ​ອື່ນ