ຫວຽດນາມ ຍົກຂໍ້ບຸລິມະສິດອອກມາຢູ່ຄະນະກຳມະການຖານະແມ່ຍິງ ສປຊ ເພື່ອກ້າວໄປເຖິງຄວາມສະເໝີພາບຍິງ - ຊາຍ

(VOVWORLD) - ຫວຽດນາມ ຈະສຸມໃສ່ການສ້າງລະບົບກົດໝາຍ, ນະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມໃຫ້ສົບບູນແບບເພື່ອໃຫ້ບຸລິມະສິດບັນຫາການປະຕິຮູບປະກັນສັງຄົມ, ການຮ່ຳຮຽນຕະຫຼອດຊີວິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ, ສ້າງວຽກເຮັດງານທຳໃຫ້ແມ່ຍິງອາຍຸສູງ ແລະ ແມ່ຍິງຍ້າຍຖິ່ນຖານ ເພື່ອບັນລຸເປົ້າໝາຍຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ທີ່ໄດ້ວາງອອກ. 

ນີ້ແມ່ນເນື້ອໃນຄຳເຫັນຂອງທ່ານລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວຫງັອກຢຸງ ກ່າວທີ່ກອງປະຊຸມວັນທີ 13 ມີນາ, ໃນຂອບເຂດກອງປະຊຸມ ຄັ້ງທີ 63 ຂອງຄະນະກຳມະການຖານະແມ່ຍິງ ສປຊ ຢູ່ນະຄອນ ນິວຢອກ, ສະຫະລັດອາເມລິກາ.

ທີ່ເວທີປາໄສໃຫຍ່ທີ່ສຸດຂອງ ສປຊ ກ່ຽວກັບຄວາມສະເໝີພາບຍິງ - ຊາຍ ແລະ ສິດທິແມ່ຍິງນີ້, ທ່ານລັດຖະມົນຕີ ດ່າວຫງັອກຢຸງ ໃຫ້ຮູ້ວ່າ: ຫວຽດນາມ ບັນລຸ ໄດ້ຜົນງານໃນການຮັດແຄບຄວາມແຕກໂຕນກັນກ່ຽວກັບ ຄວາມສະເໝີພາບຍິງ - ຊາຍຄື ອັດຕາການເຂົ້າຮ່ວມກຳລັງແຮງງານຂອງຜູ້ອອກແຮງງານຍິງ ຫວຽດນາມ ແມ່ນ 71,2% ແລະ ຫວຽດນາມ ບັນລຸໄດ້ລະດັບຄວາມໄວໃນການຫຼຸດຜ່ອນຄວາມທຸກຍາກຢ່າງຕໍ່ເນື່ອງ ແລະ ໝັ້ນຄົງໃນກວ່າ 30 ປີທີ່ຜ່ານມາ. ລັດຖະບານ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສະຫງວນປະມານ 2,6% ລວມຍອດ GDP ທຸກໆປີໃຫ້ແກ່ບັນດານະໂຍບາຍ, ລາຍການກ່ຽວກັບການຊ່ວຍເຫຼືອສັງຄົມ ໃຫ້ປະຊາຊົນຜູ້ມີຄວາມສ່ຽງສູງກວ່າເພິ່ນໃນສັງຄົມ, ໃນນັ້ນມີແມ່ຍິງ ແລະ ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ