ຫວຽດນາມ - ຍີ່ປຸ່ນ ດຳເນີນການເຈລະຈານະໂຍບາຍດ້ານປ້ອງກັນຊາດຄັ້ງທີ 6

(VOVWORLD) - ການເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 6 ໄດ້ດຳເນີນໃນວັນທີ 04 ກໍລະກົດ ຢູ່ໂຕກຽວ ປະເທດ ຍີ່ປຸ່ນ,

ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ Ro Manabe ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ.

ຫວຽດນາມ - ຍີ່ປຸ່ນ ດຳເນີນການເຈລະຈານະໂຍບາຍດ້ານປ້ອງກັນຊາດຄັ້ງທີ 6 - ảnh 1 ຫວຽດນາມ - ຍີ່ປຸ່ນ ດຳເນີນການເຈລະຈານະໂຍບາຍດ້ານປ້ອງກັນຊາດຄັ້ງທີ 6 (ພາບ: ຫວຽດນາມ+)

         ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ, ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຫັນດີໂດຍຖືວ່າ: ສັນຕິພາບ, ການຮ່ວມມື ແລະ ພັດທະນາແມ່ນທ່າອ່ຽງລວມຂອງບັນດາປະເທດທັງໝົດໃນຍຸກສະໄໝປັດຈຸບັນ, ທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຕ້ອງໄດ້ຮັບການແກ້ໄຂຜ່ານການເຈລະຈາສັນຕິພາບ, ບົນພື້ນຖານກົດໝາຍສາກົນ, ບໍ່ນຳໃຊ້ກຳລັງອາວຸດ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ.

        ກ່ຽວກັບການພົວພັນດ້ານປ້ອງກັນຊາດ 2 ຝ່າຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງ, ຈະພ້ອມກັນມານະພະຍາຍາມນຳການພົວພັນດ້ານປ້ອງກັນຊາດເຂົ້າສູ່ລວງເລິກ, ກາຍເປັນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ. ນອກນັ້ນ, ກະຊວງປ້ອງກັນປະເທດ ຍີ່ປຸ່ນ ຍັງສະແດງໃຫ້ເຫັນການສະໜັບສະໜູນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດໝາກມີນບໍ່ທັນແຕກ ແລະ ທາດພິດສີສົ້ມ ດີໂອຊິນ ໂດຍສົງຄາມປະໄວ້ ແລະ ໃຫ້ຮູ້ວ່າ: ຈະຜັນຂະຫຍາຍບັນດາໂຄງການໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ ຫວຽດນາມ ໃນຂົງເຂດນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ