ຫວຽດນາມ ຍູ້ແຮງ ການສົ່ງອອກສິນຄ້າ ເຖິງ ເອີລົບ ຜ່ານ ເຊັກ
ການຜະລິດປຸງແຕ່ງຜະລິດຕະພັນກະເສດ
(ພາບ: Danh Lam/TTXVN)
(vovworld) – ກົມຕະຫຼາດ ເອີລົບ ຂຶ້ນກັບກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ສູນຂາຍໜ້າໂຄສະນາ ແລະ ເປັນຂອດກາງຂົນສົ່ງສິນຄ້າສົ່ງອອກ ຫວຽດນາມ ປະຈຳ ສ. ເຊັກ ຄາດວ່າ, ຈະເຂົ້າເຄື່ອນໄຫວໃນຕົ້ນປີ 2015, ສ້າງກາລະໂອກາດໃຫ້ການນຳສິນຄ້າ ຫວຽດນາມ ເຂົ້າຕະຫຼາດ ເອີລົບ. ຕາມຕົວເລກສະຕິຖິຂອງກະຊວງອຸດສາຫະກຳ - ການຄ້າ, ໃນເດືອນ 7/2013, ການສົ່ງອອກຂອງ ຫວຽດນາມ ຜ່ານ ສ. ເຊັກ ບັນລຸ 16 ລ້ານ USD, ເພີ່ມຂຶ້ນກ່ວາ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ. ໄລ່ລວມ 7 ເດືອນ, ຍອດວົງເງິນສົ່ງອອກຜ່ານຕະຫຼາດນີ້ບັນລຸ 94 ລ້ານ USD. ຫວ່າງແລ້ວນີ້, ສ. ເຊັກ ກໍ່ປະກາດບັນຊີລາຍຊື່ 12 ຕະຫຼາດຫຼັກແຫຼ່ງທີ່ໄດ້ຮັບບຸລິມະສິດກ່ຽວກັບການຄ້າຕ່າງປະເທດໄລຍະ 2011 – 2015, ໃນນັ້ນມີ ຫວຽດນາມ. ໂດຍໄດ້ຮັບການໜູນຊ່ວຍຂອງບັນດາອົງການກ່ຽວຂ້ອງ, ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ຂາຍຄ່ອຍ ສ. ເຊັກ ຈະສົມທົບກັບສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ຢູ່ ສ. ເຊັກສ້າງຕັ້ງສູນຂາຍໜ້າໂຄສະນາ ແລະ ເປັນຂອດກາງຂົນສົ່ງສິນຄ້າສົ່ງອອກ ຫວຽດນາມ ຢູ່ນະຄອນຫຼວງ Praha. ຕາມແຜນການແລ້ວ, ສູນຈະນຳເຂົ້າເຄື່ອນໄຫວນັບແຕ່ຕົ້ນປີ 2015 ດ້ວຍບັນດາປະເພດສິນຄ້າຂອງ ຫວຽດນາມ ຄື: ສິນໃນນ້ຳ, ໝາກໄມ້, ຜັກ, ກາເຟ, ຊາ...