ຫວຽດນາມ ຕັ້ງໜ້າ ເຂົ້າຮ່ວມການສ້າງ ແລະ ປົກປັກຮັກສາສັນຕິພາບໃນໂລກ
ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ
ຂອງສະຫະປະຊາຊາດ ຢ່າງເປັນທາງການ
(ພາບ: TTXVN)
(vovworld) – ວັນທີ 30/10, ຢູ່ສຳນັກງານຕົ້ນຕໍ່ຂອງສະຫະປະຊາຊາດທີ່ນິວຢອກ, ອາເມລິກາ, ຄະນະກຳມະການບັນດາບັນຫາການເມືອງພິເສດ ແລະ ປອດລ່າເມືອງຂຶ້ນ (ຄະນະກຳມະການ 4), ສະພາຄວາມໝັ້ນຄົງສະຫະປະຊາຊາດຊຸດທີ 69, ໄດ້ຈັດຕັ້ງວາລະປະຊຸມຄົບຄະນະ ເພື່ອແນໃສ່ພິຈາລະນາ ແລະ ປຶກສາຫາລືຫົວຊໍ້ “ສຳຫຼວດກວດກາຮອບດ້ານບັນດາບັນຫາກ່ຽວກັບການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ”.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ແຈ້ງໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຊາບເລື່ອງ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຢ່າງເປັນທາງການ ແຕ່ເດືອນ 06/2014. ທ່ານນາງເອກອັກຄະລັດຖະທູດ ຢືນຢັນເລື່ອງ ຫວຽດນາມ ເຂົ້າຮ່ວມກຳລັງດັ່ງກ່າວ ສະແດງໃຫ້ເຫັນຄຳໝັ້ນສັນຍາທີ່ຖືກຕ້ອງ ແລະ ຍາວນານຂອງຫວຽດນາມ ເພື່ຶອແນໃສ່ປະກອບສ່ວນເຂົ້າໃນວິກິດການປົກປັກຮັກສາ ແລະ ສ້າງສັນຕິພາບຢູ່ໃນໂລກ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ສະເໜີວ່າ ບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດໃນໄລຍະຈະມາເຖິງ ຕ້ອງສຸມໃສ່ແກ້ໄຂບັນດາເຫດຜົນທີ່ກໍ່ໃຫ້ເກີດບັນດາການປະທະກັນ, ໃຫ້ບຸລິມະສິດນຳໃຊ້ມາດຕະການສັນຕິພາບເພື່ອແກ້ໄຂການຂັດແຍ້ງ, ຜ່ານນັ້ນປະກອບສ່ວນແກ້ໄຂການປະທະກັນຢ່າງຮອບດ້ານ ແລະ ໝັ້ນຄົງ.