(vovworld) – ໃນລະຫວ່າງວັນທີ 22 – 30/09, ຢູ່ເຊີແນວ, ປະເທດສະວີດ, ໄດ້ຈັດກອງປະຊຸມປະຈຳປີຄັ້ງທີ 54 ຂອງອົງການຊັບສິນທາງປັນຍາໂລກ (WIPO) ດ້ວຍການເຂົ້າຮ່ວມຂອງຄະນະຜູ້ແທນທີ່ມາຈາກ 187 ປະເທດສະມາຊິກ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຖິງຊັບສິນທາງປັນຍາ. ທີ່ກອງປະຊຸມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ຄຽງຂ້າງຫ້ອງການສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການປະສານງານ WIPO (CoCo) ແລະ ຮັບບົດບາດໜ້າທີ່ຢູ່ກອງປະຊຸມ CoCo ຢ່າງເປັນທາງການ ໃນວັນທີ 26/09.
ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຈີນວັນຕຸ່ງ ໄດ້ຕີລາຄາໝາກຜົນເບື້ອງຕົ້ນແຫ່ງການເຄື່ອນໄຫວຂອງ WIPO, ໃນນັ້ນໄດ້ຍົກສູງບົດບາດຂອງ WIPO ໃນການຊຸກຍູ້ລະບົບຊັບສິນທາງປັນຍາໂລກ. ທ່ານຮອງລັດຖະມົນຕີ ເຈີນວັນຕຸ່ງ ໃຫ້ຮູ້ວ່າ, ການຮ່ວມມືດ້ານເຕັກນິກລະຫວ່າງຫວຽດນາມ ແລະ WIPO ນັບມື້ນັບພັດທະນາ. WIPO ໄດ້ຊ່ວຍຫວຽດນາມ ໃນການສ້າງບັນດາລະບອບ, ສ້າງພື້ນຖານວັດຖຸດ້ານເຕັກນິກ, ບຳລຸງສ້າງພະນັກງານຄຸ້ມຄອງຊັບສົມບັດຊັບສິນທາງປັນຍາ, ຊ່ວຍຫວຽດນາມ ເຂົ້າຮ່ວມສົນທິສັນຍາ Lahay… ນີ້ແມ່ນບັນດາວຽກງານທີ່ແທດຈິງ ດ້ວຍຄວາມຫວັງວ່າ ບັນດາການເຄື່ອນໄຫວຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ 2 ຝ່າຍ ຈະເພີ່ມປະສິດທິຜົນກວ່າ.