ຫວຽດນາມ ຕ້ອນຮັບປີໃໝ່ 2014 ຢ່າງຟົດຟື້ນມ່ວນຊື່ນ

ຫວຽດນາມ ຕ້ອນຮັບປີໃໝ່ 2014 ຢ່າງຟົດຟື້ນມ່ວນຊື່ນ - ảnh 1
(ຫວຽດນາມ ຕ້ອນຮັບ​ປີ​ໃໝ່ 2014 ຢ່າງ​ຟົດ​ຟື້ນມ່ວນ​ຊື່ນ)

(vovworld) - ວັນ​ທີ 31/12 ​ເຊິ່ງ​ແມ່ນ​ວັນ​ສຸດ​ທ້າຍ​ຂອງ​ປີ 2013, ​​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​​ໃໝ່ 2014, ຊາວ​ຮ່າ​ໂນ້ຍ ​ໄດ້​ລົງ​ຖະໜົນ​ເພື່ອ​ຕ້ອນຮັບ​ປີ​ໃໝ່ ​ແລະ ມີ​ຄວາມ​ຫວັງ​ມີ​ແດ່​ຄວາມ​ໂຊກ​ດີ ​ແລະ ສະຫງົບ​ສຸດ. ຢູ່​​ສະໜາມ​ຫຼວງໂຮ​ງລະຄອນ​ໃຫຍ່ຮ່າ​ໂນ້ຍ ​ໄດ້​ຈັດ​ລາຍ​ການສະ​ແດງ​ສິລະ​ປີ​ຕ້ອນ​ຮັບ​ປີ​ໃໝ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ນັບ​ໝື່ນ​ຄົນ.

          ພ້ອມ​ກັບ​ບັນຍາກາດ​ຕ້ອນຮັບ​ປີ​ໃໝ່ 2014 ​ໃນ​ທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດ​ຊາດ, ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ບັນດາ​ເຫດການ​ຕ້ອນຮັບ​ປີ​ໃໝ່​ໃນບັນ​ຍາ​ກາດ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​​ໃໝ່ ດ້ວຍ​ລັກສະນະ​ພິ​ເສ​ດສະ​ເພາະ. ທ້າວ​ຫງວຽນຮ່ວາຍ​ນາມ, ຊາວ​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ແບ່ງປັນ​ວ່າ.

          “ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​​​ໃນ​ໄລຍະ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​​ໃໝ່. ຫວັງ​ວ່າ, ​ໃນ​ປີ​ໃໝ່​ຊີວິດ​ການ​ເປັນ​ຢູ່​ຂອງ​ທຸກ​ຄົນ​ຈະ​ດີກ​ວ່າ, ຈະ​ບໍ່​ມີ​ຄວາມ​ອຶດຫິວ ທຸກ​ຍາກ​ອີກ. ທຸກ​ຄົນ​ຈະ​ມີ​ຊີວິດ​ທີ່​ອີ່ມ​ໜຳ​ສຳ​ນານ, ຜາ​ສຸກຫຼາຍ​ກວ່າ​ອີກ.”

          ບັນດາ​ຍາ​ກາດ​ຕ້ອນຮັບ​ປີ​ໃໝ່ 2014 ຢູ່ນະຄອນ​​ເກີນ​ເທີ ​ມີ​ບັນຍາ​ກາດ​ທີ່​ຄຶກຄື​້ມ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ດ້ວຍ​ເນື້ອ​ໃນ​ທີ່​ວ່າ: ຕ້ອນຮັບ​ປີ​ໃໝ່ 2014, ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ນະຄອນ​ເກີນ​ເທີ ຂຶ້ນ​ກັບ​ສູນ​ກາງ.

          ຢູ່​ພາກ​ກາງຂອງ​ຫວຽດນາມ, ນະຄອນ​ດ່າ​ນັ້ງ ​ໄດ້​ຕ້ອນຮັບ​ປີ​ໃໝ່ 2014 ດ້ວຍ​ບັນດາ​ງານ​ບຸນ, ວັດທະນະທຳ, ສິລະ​ປະ​ທີ່​ອຸດົມສົມ​ບຸນ ​ແລະ ດຶງ​ດູດ​ໃຈ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ລະ​ຫຼິ້ນ ​ແລະ ນັບ​ທັງ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ດ່າ​ນັ້ງ. ຈຸດ​ພິ​ເສດ​ທີ່​ສຸດ​​​ແມ່ນ​ງານ​ບຸນ​ຕ້ອນຮັບ​ປີ​ໃໝ່ດ້ວຍ​ຫົວ​ຂໍ້ “​ຮັກ​ແພງ​ດ່າ​ນັ້ງ” ​ເຊິ່ງຖືກ​ຈັດ​ຂັ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 31/12/2013 ຢູ່​ສະໜາມ​ຫຼວງ 29/3, ​​ເສັ້ນ​ທາງ 2/9.

          ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ​ໂຮ້ຍອານ, ​ແຂວງ ກວາງ​ນາມ ​ໄດ້​ຈັດ​ “ງານ​ລາຕີ​ຕ້ອນຮັບ​ປີ​ໃໝ່ 2014” ດ້ວຍ​ບັນດາ​ການ​ເຄຶ່ືອນ​ໄຫວ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຄຸມ​ເມືອງ​ເກົ່າ.

ຂ່າວ/ບົດ​ອື່ນ