ຫວຽດນາມ ນອນໃນກຸ່ມມີລະດັບການເຕີບໂຕໄວໃນໄລຍະເວລາສັ້ນ

(VOVWORLD) - ສະຖາບັນທົ່ວໂລກ McKinsey (ກຸ່ມບໍລິສັດທີ່ປຶກສາຍຸດທະສາດດຳເນີນທຸລະກິດ ສາກົນ McKinsey) ປະກາດບົດລາຍງານ “ປະສິດທິຜົນພົ້ນເດັ່ນ: ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນດ້ວຍກຳລັງເຕີບໂຕສູງ ແລະ ບັນດາວິສາຫະກິດໜູນຫຼັງ”

ໃນຂອບເຂດກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF ASEAN) 2018, ວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ສະຖາບັນທົ່ວໂລກ McKinsey (ກຸ່ມບໍລິສັດທີ່ປຶກສາຍຸດທະສາດດຳເນີນທຸລະກິດ ສາກົນ McKinsey) ປະກາດບົດລາຍງານ “ປະສິດທິຜົນພົ້ນເດັ່ນ: ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນດ້ວຍກຳລັງເຕີບໂຕສູງ ແລະ ບັນດາວິສາຫະກິດໜູນຫຼັງ”.

        ຕາມການໄຈ້ແຍກຂອງບົດລາຍງານແລ້ວ, ຫວຽດນາມ ແມ່ນໜຶ່ງໃນ 7 ພື້ນຖານເສດຖະກິດມີລະດັບການເຕີບໂຕ GDP ສະເລ່ຍຕໍ່ຫົວຄົນແມ່ນກ່ວາ 3,5% ໃນຮອບເວລາ 50 ປີ, ແຕ່ປີ 1965 – 2016 ແລະ 11 ພື້ນຖານເສດຖະກິດອື່ນມີລະດັບການເຕີບໂຕໄວກ່ວາ, ໃນຊ່ວງເວລາສັ້ນກ່ວາ, ບັນລຸລະດັບ 5%ໃນແຕ່ລະປີໃນເວລາ 20 ປີ ແຕ່ປີ 1996 – 2016.

        ເມື່ອຕີລາຄາກ່ຽວກັບ ຫວຽດນາມ, ທ່ານນາງ Anu Madgaavkar, ຮອງຜູ້ອຳນວຍການທີ່ປຶກສາຍຸດທະສາດການດຳເນີນທຸລະກິດສາກົນ, ຜູ້ຂຽນບົດລາຍງານຖືວ່າ: ໃນ 15 ປີຜ່ານມາ, ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາປະເທດໃນໂລກມີການປ່ຽນແປງໃໝ່ຫຼາຍຢ່າງກ່ຽວກັບເຕັກໂນໂລຊີ, ຊ່ວຍປັບປຸງດ້ານສະມັດຕະພາບ, ລັກສະນະແກ່ງແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ