(vovworld) – ຄືດັ່ງພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 20 ຖືກອັດລົງໃນວັນທີ 4/4 ຢູ່ກຳປູເຈຍ. ຕອບສຳພາດຕໍ່ນັກຂ່າວພາຍຫຼັງສິ້ນສຸດກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ Pham Binh Minh, ສະມາຊິກໃນຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຢືນຢັນວ່າ: ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ. ຕາມທ່ານລັດຖະມົນຕີ Pham Binh Minh ແລ້ວ, ໂດຍສືບຕໍ່ທິດນຳ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ”, ທີ່ກອງປະຊຸມຄັ້ງນີ້, ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ Nguyen Tan Dung ນຳໜ້າ ໄດ້ມີການປະກອບສ່ວນສຳຄັນ ເຂົ້າໃນບັນດາບັນຫາບຸລິມະສິດຂອງອາຊຽນ ແລະ ພາກພື້ນ ກໍຄືເຂົ້າໃນການເພີ່ມທະວີຄວາມສາມັກຄີໃນອາຊຽນ. ທ່ານ ລັດຖະມົນຕີ Pham Binh Minh ເວົ້າວ່າ:
“ພວກເຮົາປະກອບບັນດາມາດຕະການລະອຽດ ເພື່ອປະຕິບັດວິວັດການສ້າງປະຊາຄົມອາຊຽນໃນປີ 2015. ພິເສດແມ່ນ ເອົາໃຈໃສ່ເຖິງໂຄງການເຊື່ອມຕໍ່ໃນພາກພື້ນ: ເຊື່ອມຕໍ່ຄົມມະນາຄົມທາງບົກ, ທ່າກຳປ່ັນ ກໍຄືເພີ່ມທະວີບັນດາມາດຕະການຫຼຸດຜ່ອນຊ່ອງວ່າງການພັດທະນາໃນບັນດາປະເທດອາຊຽນ. ທີ່ 2 ແມ່ນ, ພວກເຮົາປະກອບສ່ວນເຂົ້າໃນການເພີ່ມທະວີບົດບາດເປັນໃຈກາງອາຊຽນ, ໃນນັ້ນ, ຊຸກຍູ້ກົນໄກທີ່ມີຢູ່ແລ້ວຄື: ARF ... ກໍຄືເພີ່ມທະວີການສົມທົບກັນ, ເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມມື. ບັນຫາທີ 3 ແມ່ນ, ພວກເຮົາປະກອບບັນດາມາດຕະການເພີ່ມທະວີບົດບາດຂອງອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ, ພິເສດແມ່ນສຳລັບບັນຫາທະເລຕາເວັນອອກ. ພວກເຮົາກໍສະເໜີມາດຕະການຕ່າງໆ ເພື່ອເພີ່ມທະວີການນຳໃຊ້ແຫຼ່ງນ້ຳ ແມ່ນ້ຳຂອງແບບຍືນຍົງ”
ຄະນະຜູ້ແທນຫວຽດນາມ ກໍມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຮຽບຮຽງບັນດາເອກະສານຂອງກອງປະຊຸມ ເພື່ອເຮັດໃຫ້ບັນດາເອກະສານດັ່ງກ່າວສ່ອງແສງໄດ້ບັນດາບັນຫາຈຸດສຸມບຸລິມະສິດຂອງອາຊຽນ ແລະ ພາກພື້ນ, ພິເສດແມ່ນກ່ຽວກັບຄວາມສາມັກຄີ, ສ້າງປະຊາຄົມອາຊຽນ ແລະ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢູ່ພາກພື້ນ.