ຫວຽດ​ນາມ ພວມ​​ນຳ​ໜ້າຫຼາຍ​ປ​ະ​ເທດ​ໃນ​ພາກ​ພື້ນ ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ

(VOVWORLD) -ນັກຊ່ຽວຊານຫຼາຍທ່ານຕ່າງກໍຖືວ່າ ຫວຽດນາມ ມີທີ່ຕັ້ງບົດບາດທີ່ດີ ເພື່ອນຳໜ້າບັນດາປະເທດອື່ນໃນພາກພື້ນໃນປີ 2021 ຖ້າຫາກປະເທດນີ້ ສືບຕໍ່ຄວບຄຸມໂລກລະບາດໂຄວິດ -19.
ຫວຽດ​ນາມ ພວມ​​ນຳ​ໜ້າຫຼາຍ​ປ​ະ​ເທດ​ໃນ​ພາກ​ພື້ນ ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ảnh 1(ພາບປະກອບ: TTXVN)

ໃນບົດຂຽນ ທີ່ໄດ້ເອົາລົງໃນສື່ເອເລັກໂຕນິກ Gulf Today (ສະຫະລັດ ອາຣັບ ເອມມີເລດ - UAE) ໃນວັນທີ 7 ມັງກອນ ຜ່ານມາ, ບັນດານັກຊ່ຽວຊານຕ່າງປະເທດ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມນຳໜ້າຫຼາຍປະເທດໃນພາກພື້ນ ກ່ຽວກັບການເຕີບໂຕເສດຖະກິດ ແລະ ການດຶງດູດເງິນທຶນ ແລະ ນັກລົງທຶນລາຍໃຫຍ່ ຍ້ອນວ່າ ຫວຽດນາມ ປະສົບຜົນສຳເລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ບົດຂຽນ ໄດ້ຄັດສະເໜີຄຳປາໄສຂອງທ່ານ Carolyn Turk  ຜູ້ອຳນວຍການແຫ່ງຊາດຂອງທະນາຄານໂລກ ປະຈຳ ຫວຽດນາມ ໂດຍໄດ້ເນັ້ນໜັກວ່າ ການຄວບຄຸມໂລກລະບາດຢ່າງສຳເລັດຜົນ ໄດ້ຊ່ວຍໃຫ້ ຫວຽດນາມ ກວມເອົາອັດຕາສ່ວນໃຫຍ່ກວ່າ ໃນການຄ້າໂລກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດໃນປີ 2020. ທ່ານນາງ ຈະຣີພອນ ຈາຣຸດດອນສະກຸນ, ປະທານກຸ່ມບໍລິສັດ WHA ຂອງ ໄທ ໃຫ້ຮູ້ວ່າ ຫວຽດນາມ ພວມແມ່ນຈຸດນັດພົບຂອງບັນດານັກລົງທຶນລາຍໃຫຍ່ ຍ້ອນມີຄ່າໃຊ້ຈ່າຍຕ່ຳ ແລະ ລັດຖະບານ ຫວຽດນາມ ກໍ່ອະນຸຍາດໃຫ້ທ້ອງຖິ່ນຕ່າງໆປະກາດໃຊ້ຂໍ້ກຳນົດ ແລະ ບຸລິມະສິດສະເພາະ ເພື່ອດຶງດູດນັກລົງທຶນຕ່າງປະເທດ. ສ່ວນຕາມທ່ານ Sven Schneider ຜູ້ອຳນວຍການຝ່າຍບໍລິຫານ ຫ້ອງການການຄ້າ ອີຢູ - ມາເລເຊຍ ແລ້ວ, ການຊຸກຍູ້ບັນດາສັນຍາການຄ້າເສລີ FTA ໃນປີ 2020 ໄດ້ນຳມາເຊິ່ງທ່າໄດ້ປຽບຫຼາຍກວ່າ ໃຫ້ແກ່ ຫວຽດນາມ. ນັກຊ່ຽວຊານຫຼາຍທ່ານຕ່າງກໍຖືວ່າ ຫວຽດນາມ ມີທີ່ຕັ້ງບົດບາດທີ່ດີ ເພື່ອນຳໜ້າບັນດາປະເທດອື່ນໃນພາກພື້ນໃນປີ 2021 ຖ້າຫາກປະເທດນີ້ ສືບຕໍ່ຄວບຄຸມໂລກລະບາດໂຄວິດ -19.

ຕອບກັບ

ຂ່າວ/ບົດ​ອື່ນ